ແນວທາງການປະຕິບັດວຽກໂພຊະນາການ ກ່ອນຈະສິ້ນສຸດໂຄງການໃນບ້ານຊຸດທີ 1
ເປັນຫຍັງຈື່ງຕ້ອງມີແນວທາງການດຳເນີນງານ? ເນື່ອງຈາກໂຄງການ ປຊກ ໄດ້ເລີ່ມຂະຫຍາຍໄປສູ່ບ້ານເປົ້າໝາຍ ຊຸດທີ 2 ຈຳນວນ 220 ບ້ານ, ທີມງານພາກສະໜາມຈຶ່ງມີວຽກຫຼາຍຂື້ນ ຊຶ່ງຈຳເປັນຕ້ອງມີການຈັດແບ່ງເວລາໃນການເຄື່ອນໄຫວວຽກງານທັງໃນບ້ານຊຸດທີ I ແລະ ຊຸດທີ II ໂດຍມີທັງກິດຈະກຳໂພຊະນາການ ແລະ ການສ້າງແຜນພັດທະນາບ້ານ. ແນວທາງການດຳເນີນງານນີ້ຈະຊ່ວຍໃຫ້ສາມາດກຳນົດແຜນການເຮັດວຽໄດ້ດີຂຶ້ນ ແລະ ເປັນແນວທາງໃຫ້ຮູ້ວ່າ ບ້ານໃດທີ່ຍັງຕ້ອງການຄວາມຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ບ້ານໃດທີ່ສາມາດປ່ອຍໃຫ້ດຳເນີນການດ້ວຍຕົນເອງ. ຈຸດປະສົງ: ເພື່ອສ້າງແຜນວຽກພາກສະໜາມ ແລະ ແຜນງົບປະມານປະຈຳເດືອນຕາມຄວາມຕ້ອງການຂອງຊຸມຊົນ ສຳລັບການສິ້ນສຸດໂຄງການໃນບ້ານຊຸດທີ 1 ແລະ ການມອບໂຄງການໃຫ້ແກ່ຊຸມຊົນ. ຜົນໄດ້ຮັບ: ພະນັກງານໂພຊະນາການຂັ້ນບ້ານ ລາຍງານຄວາມຄືບໜ້າ ແລະ ຄວາມພ້ອມໃນການສິ້ນສຸດໂຄງການປະຈຳເດືອນ ໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ທີມງານໂພຊະນາການຂັ້ນສູນກາງ. ແນວທາງການຈັດຕັ້ງປະຕິບັດວຽກໂພຊະນາການ ຂັ້ນຕອນການປ່ຽນແປງພຶດຕິກຳຂອງສະມາຊິກ ກພຊ ປະກອບດ້ວຍ 4 ຂັ້ນຕອນທີ່ອະທິບາຍໄວ້ໃນຮູບຂ້າງເທິງ. ເສັ້ນທາງນີ້ປະກອບດ້ວຍການປະຕິບັດ ແລະ ການປ່ຽນແປງທາງສັງຄົມດັ່ງນີ້: ສະມາຊິກ ກພຊ ສາມາດດຳເນີນກອງປະຊຸມ ກພຊ ດ້ວຍຕົນເອງໄດ້. ສະມາຊິກ […]








