
ຊຸມຊົນບ້ານຜາແດງ ຕື່ນເຕັ້ນກັບການເລີ່ມຕົ້ນກໍ່ສ້າງ “ເຮືອນໂພຊະນາການ” ແບບປັບໂຕກັບການປ່ຽນແປງດິນຟ້າອາກາດ ພາຍໃຕ້ໂຄງການ ປຊກ (CLEAR)
ວັນທີ 22 ຕຸລາ 2025 – ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຫຼື ປຊກ(CLEAR), ໄດ້ເລີ່ມລົງມືກໍ່ສ້າງກິດຈະກຳຍ່ອຍ “ເຮືອນໂພຊະນາການ” ຢ່າງເປັນທາງການ ຢູ່ບ້ານຜາແດງ ເມືອງແອດ ແຂວງຫົວພັນ ເຊິ່ງເປັນໜຶ່ງໃນ 53 ຫຼັງ ທີ່ຖືກກໍ່ສ້າງທັງໝົດໃນບ້ານເປົ້າໝາຍໂຄງການ ປຊກ ຊຸດທີ່ 1 ປີ 2025,

ຂົວອູ່ບ້ານລ້ອງຄານ ເປີດນຳໃຊ້ອີກຄັ້ງ ຢ່າງເປັນທາງການ: ຟື້ນຟູເສັ້ນທາງສາຍສໍາຄັນ, ສ້າງຄວາມປອດໄພ ແລະ ເຊື່ອມຕໍ່ໂອກາດທາງເສດຖະກິດໃຫ້ຊຸມຊົນ.
[ແຂວງຊຽງຂວາງ], ວັນທີ 6 ມັງກອນ 2026 – ຊຸມຊົນບ້ານລ້ອງຄານ, ເມືອງພູກູດ, ແຂວງຊຽງຂວາງ ຕ້ອນຮັບປີໃໝ່ດ້ວຍຮອຍຍິ້ມ ເມື່ອໂຄງການ ປຊກ (CLEAR) ໄດ້ປະກາດຄວາມສຳເລັດໃນການສ້ອມແປງ “ຂົວອູ່ຂ້າມນໍ້າຄານ” ແລະ ເປີດໃຫ້ປະຊາຊົນນຳໃຊ້ໄດ້ຢ່າງເປັນທາງການແລ້ວໃນວັນທີ 5 ມັງກອນ 2026 ທີ່ຜ່ານມາ. ຄວາມເປັນມາ ແລະ ບັນຫາ: ຂົວອູ່ແຫ່ງນີ້

ບັນຫານໍ້າໃຊ້ໃນບ້ານແຄວິງ ໄດ້ຮັບການແກ້ໄຂ
[ແຂວງສະຫວັນນະເຂດ], ວັນທີ 15 ທັນວາ 2025 – ບ້ານແຄວິງ ເປັນບ້ານຊົນເຜົ່າມັງກອງ ທີ່ຍັງປະສົບຄວາມທຸກຍາກ, ຕັ້ງຢູ່ເຂດຈ້າຍພູ ຫ່າງຈາກເທດສະບານເມືອງເຊໂປນພຽງ 12 ກິໂລແມັດ ແຕ່ເສັ້ນທາງເຂົ້າຫາບ້ານຍັງມີຄວາມຫຍຸ້ງຍາກຫຼາຍ. ບ້ານປະກອບມີ 2 ຄຸ້ມ, ມີ 88 ຫຼັງຄາເຮືອນ ແລະ 96 ຄອບຄົວ. ອາຊີບຫຼັກຂອງປະຊາຊົນແມ່ນເຮັດໄຮ່ເຂົ້າ ແລະ