ຄະນະຊ່ຽວຊານທະນາຄານໂລກ ສໍາເລັດການຕິດຕາມຊຸກຍູ້ ຄັ້ງທີ 6 ແລະ ການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດວຽກງານໂຄງການ ປຊກ
ໃນລະຫວ່າງວັນທີ 26 ມັງກອນ ຫາ 06 ກຸມພາ 2026 ຜ່ານມາ, ຄະນະຊ່ຽວຊານທະນາຄານໂລກ ພ້ອມດ້ວຍ ຂະແໜງການປ່ຽນແປງດິນຟ້າອາກາດ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ, ຫ້ອງການຮ່ວມມື ແລະ ກົງສູນ ແຫ່ງ ປະເທດສະວິດເຊີແລນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທີມງານໄດ້ ມາເຄື່ອນໄຫວຕິດຕາມຊຸກຍູ້ ຄັ້ງທີ 6 ແລະ ການປະເມີນຜົນກາງສະໄໝ (MTR) ການຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ), ຊຶ່ງເປັນໂຄງການທີ່ຢູ່ພາຍໃຕ້ການຄຸ້ມຄອງບໍລິຫານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ.
ຈຸດປະສົງແມ່ນເພື່ອປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດໂຄງການຢ່າງ ຮອບດ້ານ ເປັນຕົ້ນ ການຄຸ້ມຄອງບໍລິຫານ, ການຕິດຕາມ-ປະເມີນຜົນ, ການຄຸ້ມຄອງຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ, ກຸ່ມຊ່ວຍເຫຼືອກັນ, ການກໍ່ສ້າງພື້ນຖານໂຄງລ່າງ ຂະໜາດນ້ອຍ ເພື່ອສົ່ງເສີມການຜະລິດກະສິກຳ ເພື່ອຄໍ້າ ປະກັນສະບຽງອາຫານ, ໂພຊະນາການ, ການປັບປຸງຊີວິດການເປັນຢູ່ ແລະ ການສ້າງລາຍຮັບ ໃຫ້ແກ່ຄົວເຮືອນຜູ້ທຸກຍາກ ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ. ຄະນະທີມງານໄດ້ໄປຢ້ຽມຢາມ ແລະ ພົບປະການນຳແຂວງ ແລະ ເມືອງ ເປົ້າໝາຍຂອງໂຄງການ ປຊກ ພ້ອມທັງໄດ້ໄປ ຢ້ຽມຢາມບ້ານ ເປົ້າໝາຍຈຳນວນໜຶ່ງ ແລະ ພົບປະກັບປະຊາຊົນ ຜູ້ໄດ້ຮັບຜົນປະໂຫຍດ ຢູ່ ເມືອງງາ ແຂວງອຸດົມໄຊ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ. ພິເສດຄະນະ ທີມງານ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ລາຍງານຜົນການປະເມີນໃຫ້ແກ່ ການນຳກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນນາມປະທານ ແລະ ຮອງປະທານສະພາບໍລິຫານກອງທຶນຫຼຸດຜ່ອນ ຄວາມທຸກຍາກ.
ຜົນການປະເມີນຢ່າງຮອບດ້ານຂອງຄະນະທີມງານຊ່ຽວຊານທະນາຄານໂລກ ຕໍ່ຜົນການຈັດຕັ້ງປະຕິບັດໂຄງການ ປຊກ ແມ່ນຢູ່ໃນລະດັບທີ່ດີ (statisfactory) ແລະ ບາງອົງປະກອບກໍຢູ່ໃນລະດັບທີ່ດີຫຼາຍ (Highly Statisfactory), ຊຶ່ງສະແດງອອກ ຫຼາຍກິດຈະກໍາສາມາດຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້ ແລະ ບັນລຸຕາມຕົວຊີ້ວັດ. ຕະຫຼອດໄລຍະການຈັດຕັ້ງປະຕິບັດໂຄງການ 2 ປີທີ່ຜ່ານມາ (2024-2025) ແມ່ນບໍ່ເຄີຍໄດ້ຮັບທຸງແດງ, ຍ້ອນຄະນະທີມງານຈັດຕັ້ງປະຕິບັດໂຄງການ ປຊກ ນັບແຕ່ສູນກາງຮອດທ້ອງຖິ່ນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນວຽກ ແລະ ການແນະນຳດ້ານວິຊາການໃນການລົງຕິດຕາມຊຸກຍູ້ໃນແຕ່ລະຄັ້ງທີ່ຜ່ານມາຂອງຄະນະທີມງານຊ່ຽວຊານທະນາຄານໂລກ ແລະ ການຊີ້ນໍາບັນຊາຂອງການຈັດຕັ້ງຂັ້ນເທິງ ໂດຍສະເພາະສະພາ ບໍລິຫານກອງທຶນຫຼຸດຜ່ອນຄວາມທຸກຍາກ. ນອກຈາກຜົນສໍາເລັດຂອງວຽກງານຕ່າງໆ, ຍັງເຫັນວ່າການຈັດຕັ້ງປະຕິບັດກິດຈະກໍາ ໂຄງການ ປຊກ ຍັງພົບຄວາມຫຍຸ້ງຍາກ ເຊັ່ນ: (1) ເສັ້ນທາງໄປບາງບ້ານເປົ້າໝາຍຍັງຫຍຸ້ງຍາກ, ໃຊ້ເວລາຫຼາຍ ບາງບ່ອນຕ້ອງເດີນທາງດ້ວຍເຮືອ ຫຼື ຍ່າງ, ແລະ ບາງບ່ອນທາງຂາດ (ບໍ່ສາມາດເດີນທາງໄດ້). ບາງພື້ນທີ່ຍັງມີຄວາມສ່ຽງສູງດ້ານລູກລະເບີດບໍ່ທັນແຕກທີ່ຍັງຕົກຄ້າງ; (2) ບາງບ້ານບໍ່ມີໄຟຟ້າ, ນໍ້າປະປາ ແລະ ສັນຍານໂທລະສັບ; ແລະ (3) ການຈັດຕັ້ງບາງກິດຈະກຳຕ້ອງໄດ້ເລື່ອນ ເນື່ອງຈາກໄພທໍາມະຊາດ ເປັນຕົ້ນແມ່ນ ໄພນໍ້າຖ້ວມ, ດິນເຊາະເຈື່ອນ ແລະ ອື່ນໆ. ສໍາລັບ ໂຄງການ ປຊກ ແມ່ນໂຄງການໜຶ່ງ ທີ່ນອນໃນແຜນງານໜຶ່ງດຽວທີ່ມີສ່ວນຮ່ວມຫຼາຍຂະແໜງການ (Nutrition Convergence) ເພື່ອປະກອບສ່ວນໃນການພັດທະນາດ້ານໂພຊະນາການ ແລະ ແກ້ໄຂບັນຫາການຂາດສານອາຫານ ຂອງເດັກນ້ອຍອາຍຸຕໍ່າກວ່າ 2 ປີ ໃນເຂດຊົນນະບົດ ໄລຍະທີ 2 (2024 – 2029) ຢູ່ 04 ແຂວງພາກເໜືອ ແລະ 03 ແຂວງພາກໃຕ້ ຂອງ ສປປ ລາວ.



