ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ໃນປີ 2026 ນີ້ ໄດ້ ໃຫ້ການສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງປັບຕົວກັບການປ່ຽນແປງດິນຟ້າອາກາດຢູ່ 306 ແຫ່ງ ໃນ 230 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ. ໜຶ່ງໃນຜົນງານທີ່ພົ້ນເດັ່ນ ແມ່ນການກໍ່ສ້າງຂົວນໍ້າລົ້ນ (Causeway with pipes or ducts) ຂ້າມນໍ້າງາ ເຊິ່ງເປັນການຮ່ວມມື ແລະ ຮ່ວມທຶນກັນສ້າງລະຫວ່າງ ບ້ານຫ້ວຍເລີມ ແລະ ບ້ານປຸ່ງ, ເມືອງງາ ແຂວງອຸດົມໄຊ. ມາຮອດທ້າຍເດືອນພຶດສະພາ 2026 ການກໍ່ສ້າງສໍາເລັດແລ້ວ 90%

ຂໍ້ມູນສະເພາະຂອງໂຄງການກໍ່ສ້າງ:
- ປະເພດໂຄງສ້າງ: ຂົວນໍ້າລົ້ນ ເບຕົງເສີມເຫຼັກ
- ສະຖານທີ່: ຂ້າມນໍ້າງາ (ເຊື່ອມຕໍ່ ບ້ານປຸ່ງ ແລະ ຫ້ວຍເລີມ)
- ຄວາມກວ້າງ: 3.5 ແມັດ
- ຄວາມຍາວ: 36 ແມັດ
- ຄວາມສາມາດຮັບນໍ້າໜັກ: 5 ໂຕນ
- ມູນຄ່າການກໍ່ສ້າງລວມ: 1,719,896,950 ກີບ
- ມູນຄ່າຊຸມຊົນປະກອບສ່ວນ: 157,508,000 ກີບ
ຜົນປະໂຫຍດທີ່ຈະໄດ້ຮັບ:
ພາຍຫຼັງການກໍ່ສ້າງສຳເລັດ ຂົວແຫ່ງນີ້ຈະນຳເອົາຜົນປະໂຫຍດມາສູ່ປະຊາຊົນທັງສອງບ້ານດັ່ງນີ້:
- ບ້ານຫ້ວຍເລີມ: ປະຊາຊົນຈະມີຄວາມສະດວກໃນການເດີນທາງໄປຫາເຂດທຳການຜະລິດກະສິກຳທີ່ຢູ່ອີກຟາກໜຶ່ງຂອງນໍ້າງາໄດ້ງ່າຍຂຶ້ນ.
- ບ້ານປຸ່ງ: ປະຊາຊົນສາມາດຂ້າມນໍ້າງາມາຫາເທດສະບານເມືອງໄດ້ງ່າຍຂຶ້ນ, ເຊິ່ງອຳນວຍຄວາມສະດວກໃນການໄປຕະຫຼາດ, ໄປໂຮງໝໍ ແລະ ທີ່ສຳຄັນແມ່ນຊ່ວຍໃຫ້ເດັກນ້ອຍນັກຮຽນເດີນທາງໄປໂຮງຮຽນໄດ້ງ່າຍ ແລະ ປອດໄພກວ່າເກົ່າ.
ໂຄງການນີ້ສະແດງໃຫ້ເຫັນເຖິງພະລັງຄວາມສາມັກຄີຂອງຊຸມຊົນໃນການພັດທະນາທ້ອງຖິ່ນ.



