ມາຮອດປະຈຸບັນ, ການສ້ອມແປງທາງເປັນຈຸດເຂົ້າຫາເຂດຜະລິດ ບ້ານກໍທອງ, ເມືອງໜອງແຮດ, ແຂວງຊຽງຂວາງ ພາຍໃຕ້ການສະໜັບສະໜູນຂອງ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ແມ່ນໄດ້ສຳເລັດ 100% ແລ້ວ.
ບ້ານດັ່ງກ່າວ ເປັນບ້ານຊົນເຜົ່າມົ້ງ ທີ່ມີອາຊີບຫຼັກ ເຮັດໄຮ່ສາລີ, ໄຮ່ເຂົ້າ ແລະ ລ້ຽງສັດໃຫຍ່. ໂຄງການນີ້ໄດ້ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາກອນທັງໝົດ 336 ຄົນ (ໃນນັ້ນມີແມ່ຍິງ 156 ຄົນ). ຈາກນີ້ໄປ, ຊາວບ້ານຈະມີລາຍຮັບເພີ່ມຂຶ້ນ ເນື່ອງຈາກສາມາດຂົນສົ່ງຜົນຜະລິດຈາກໄຮ່ສູ່ຕະຫຼາດໄດ້ງ່າຍຂຶ້ນ, ຫຼຸດຜ່ອນຕົ້ນທຶນການຂົນສົ່ງ ແລະ ສາມາດນຳໃຊ້ກົນຈັກເຂົ້າຊ່ວຍໃນການຜະລິດເພື່ອເພີ່ມຜົນຜະລິດໄດ້ຢ່າງມີປະສິດທິພາບ ຍ້ອນມີຫົນທາງທີ່ສະດວກສະບາຍແລ້ວ.

ລາຍລະອຽດໜ້າວຽກເຕັກນິກທີ່ໄດ້ຈັດຕັ້ງປະຕິບັດ:
- ປັບເກດໜ້າທາງ ພ້ອມຮ່ອງລະບາຍນໍ້າຕະຫຼອດເສັ້ນທາງ ຄວາມຍາວລວມ 4,850 ແມັດ.
- ກໍ່ຮ່ອງລະບາຍນໍ້າຂ້າງທາງດ້ວຍຫີນແຂງ ຄວາມຍາວ 57 ແມັດ ເພື່ອປ້ອງກັນການເຊາະເຈື່ອນ.
- ກໍ່ສ້າງທໍ່ລອດທາງ ຈຳນວນ 6 ຈຸດ ເພື່ອລະບາຍນໍ້າຂ້າມທາງ.
- ປູເບຕົງໜ້າທາງໃນຈຸດຄ້ອຍຊັນ ຈຳນວນ 3 ຈຸດ ຄວາມຍາວລວມ 181 ແມັດ.
ສະຫຼຸບງົບປະມານການລົງທຶນ:
- ມູນຄ່າການກໍ່ສ້າງລວມທັງໝົດ: 775,436,850 ກີບ
- ມູນຄ່າທີ່ຊຸມຊົນປະກອບສ່ວນ: 46,000,000 ກີບ
ການຄຸ້ມຄອງ ແລະ ບົວລະບັດຮັກສາ (O&M):
ປັດຈຸບັນ, ໄດ້ມອບກິດຈະກໍາຍ່ອຍນີ້ໃຫ້ຊຸມຊົນເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ຢ່າງເປັນທາງການແລ້ວ. ພ້ອມນີ້, ກໍ່ໄດ້ຈັດການຝຶກອົບຮົມ ຄຸ້ມຄອງນໍາໃຊ້ໃຫ້ຊຸມຊົນແລ້ວ ໂດຍຊຸມຊົນໄດ້ສ້າງຕັ້ງກອງທຶນໝູນວຽນເພື່ອໄວ້ສ້ອມແປງຖ້າມີການເປ່ເພໃນອະນາຄົດ ແລະ ຮູ້ຈັກສ້ອມແປງດ້ວຍຕົວເຂົາເຈົ້າເອງ ຮັບປະກັນໃຫ້ເສັ້ນທາງສາມາດນຳໃຊ້ໄດ້ຍາວນານ ແລະ ຍືນຍົງ.



