[ແຂວງສະຫວັນນະເຂດ], ວັນທີ 15 ທັນວາ 2025 – ບ້ານແຄວິງ ເປັນບ້ານຊົນເຜົ່າມັງກອງ ທີ່ຍັງປະສົບຄວາມທຸກຍາກ, ຕັ້ງຢູ່ເຂດຈ້າຍພູ ຫ່າງຈາກເທດສະບານເມືອງເຊໂປນພຽງ 12 ກິໂລແມັດ ແຕ່ເສັ້ນທາງເຂົ້າຫາບ້ານຍັງມີຄວາມຫຍຸ້ງຍາກຫຼາຍ. ບ້ານປະກອບມີ 2 ຄຸ້ມ, ມີ 88 ຫຼັງຄາເຮືອນ ແລະ 96 ຄອບຄົວ. ອາຊີບຫຼັກຂອງປະຊາຊົນແມ່ນເຮັດໄຮ່ເຂົ້າ ແລະ ອາຊີບສຳຮອງແມ່ນການປູກແຂມ. ຜ່ານມາ, ຊາວບ້ານຕ້ອງອາໄສນໍ້າບາດານແບບເກົ່າເຊິ່ງມີປະລິມານບໍ່ພຽງພໍຕໍ່ຄວາມຕ້ອງການ, ສ້າງຄວາມລຳບາກໃນການດຳລົງຊີວິດປະຈຳວັນ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊຸມຊົນ, ໂຄງການ ປສຊ ໄດ້ສະໜັບສະໜູນການກໍ່ສ້າງລະບົບນໍ້າປະປາຊຸມຊົນທີ່ໄດ້ມາດຖານປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍມີລາຍລະອຽດທາງເຕັກນິກຄື:
- ການເຈາະນໍ້າບາດານ: ຈໍານວນ 2 ບໍ່, ປະກອບທໍ່ກັນເຈື່ອນຂະໜາດ 150 ມມ ແລະ ທໍ່ປິດຂະໜາດ 100 ມມ.
- ລະບົບເກັບນໍ້າ: ກໍ່ສ້າງຖັງເກັບນໍ້າ (Tank) ຈໍານວນ 2 ຖັງ, ແຕ່ລະຖັງມີຄວາມສູງ 6 ແມັດ ເພື່ອສ້າງແຮງດັນ.
- ຈຸດຈ່າຍນໍ້າ: ຕິດຕັ້ງກອ໋ກນໍ້າສາທາລະນະ ຈໍານວນ 8 ຈຸດ ທົ່ວຊຸມຊົນ.
ການກໍ່ສ້າງໄດ້ເລີ່ມຕົ້ນໃນວັນທີ 15 ທັນວາ 2025 ແລະ ຄາດວ່າຈະສຳເລັດສົມບູນພາຍໃນວັນທີ 23 ກຸມພາ 2026.
ເມື່ອກິດຈະກຳຍ່ອຍນີ້ສຳເລັດ, ມັນຈະສ້າງການປ່ຽນແປງທີ່ສຳຄັນໃຫ້ແກ່ບ້ານແຄວິງ. ແມ່ຍິງ ແລະ ເດັກນ້ອຍ ຈະບໍ່ຕ້ອງເສຍເວລາເດີນທາງໄກ ແລະ ອິດເມື່ອຍໃນການໄປຕັກນໍ້າອີກຕໍ່ໄປ. ເວລາທີ່ປະຢັດໄດ້ນັ້ນ ຈະກາຍເປັນໂອກາດໃຫ້ປະຊາຊົນໄດ້ເພີ່ມທະວີການຜະລິດ, ການປູກແຂມ ແລະ ສ້າງລາຍຮັບເ
ຂົ້າສູ່ຄອບຄົວ, ເຊິ່ງເປັນການຍົກລະດັບຊີວິດການເປັນຢູ່ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຢ່າງຍືນຍົງ.

