ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ກິດຈະກຳໂພຊະນາການຂອງໂຄງການ ປຊກ

ພາຍໃຕ້ໂຄງການ ປຊກ, ຄູ່ມືການຈັດຕັ້ງປະຕິບັດໂຄງການໄດ້ກຳນົດໃຫ້ວຽກໂພຊະນາການຢູ່ໃນອົງປະກອບທີ 3 ຊຶ່ງປະກອບດ້ວຍ 9 ກິດຈະກຳຫຼັກດັ່ງນີ້: ການສ້າງຕັ້ງກຸ່ມ, ກອງປະຊຸມ ແລະ ອົບຮົມ (ວິຊາການ ລວມທັງການຄຸ້ມຄອງການເງິນ): ໃນແຕ່ລະບ້ານຂອງບ້ານເປົ້າໝາຍຂອງໂຄງການ ຈະໄດ້ມີການສ້າງຕັ້ງກຸ່ມຂຶ້ນ ໂດຍເອີ້ນວ່າ “ກຸ່ມໂພຊະນາການຊຸມຊົນ” ເອີ້ນຫຍໍ້ວ່າ “ກພຊ” ຊຶ່ງສະມາຊິກກຸ່ມແມ່ນແມ່ຍິງ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ ເອີ້ນວ່າ

Read More »

ເປັນຫຍັງໂພຊະນາການຈຶ່ງມີຄວາມສຳຄັນ?

ຜົນກະທົບຈາກພາວະເຕ້ຍຂອງເດັກນ້ອຍ ການຂາດສານອາຫານໃນລະດັບສູງຂອງເດັກນ້ອຍເປັນອຸປະສັກສໍາຄັນຕໍ່ການຫລຸດຜ່ອນຄວາມທຸກຍາກ, ລວມທັງການພັດທະນາມະນຸດ ແລະ ຊົນນະບົດໃນປະເທດລາວ. ໃນເຂດຊົນນະບົດ, ເດັກນ້ອຍໃນເຂດທີ່ບໍ່ມີຖະຫນົນຫົນທາງ ແລະ ແມ່ບໍ່ມີການສຶກສາ ມີໂອກາດສາມເທົ່າທີ່ຈະເປັນພາວະເຕ້ຍຫລາຍກວ່າເດັກນ້ອຍໃນເມືອງ, ຈາກຄົນທີ່ຮັ່ງມີທີ່ສຸດ ແລະ ມີແມ່ມີການສຶກສາສູງ. ພາວະເຕ້ຍມີຜົນກະທົບຕໍ່ການພັດທະນາໃນໄລຍະຍາວ ລວມທັງສຸຂະພາບທີ່ອ່ອນແອ, ຜົນການຮຽນບໍ່ດີ, ຜົນປະໂຫຍດ ແລະ ຄ່າແຮງງານຕ່ໍາກວ່າໝູ່ເມື່ອຢູ່ໃນໄວຜູ້ໃຫຍ່. ເດັກນ້ອຍທີ່ມີພາວະເຕ້ຍບໍ່ສາມາດພັດທະນາຄຸນຄ່າຄວາມເປັນມະນຸດຂອງຕົນເອງໄດ້ຢ່າງເຕັມທີ ແລະ ຈະຫຼ້າຫຼັງໝູ່ເພື່ອນລຸ້ນດຽວກັນທີ່ໄດ້ຮັບໂພຊະນາການທີ່ດີ. ສາເຫດຂອງເດັກເຕ້ຍ ໂພຊະນາການບໍ່ພຽງພໍ: ໂພຊະນາການຂອງແມ່ບໍ່ດີ:

Read More »

ເຮືອນຮົ່ມ

         ເພື່ອເປັນການສົ່ງເສີມການຜະລິດພືດຜັກທີ່ຫຼາກຫຼາຍຕະຫຼອດທັງປີຊຶ່ງເປັນພືດທີ່ປູກງ່າຍ ອຸດົມໄປດ້ວຍສານອາຫານ ແລະ ທົນຕໍ່ສະພາບອາກາດ ຊຶ່ງພືດຜັກດັ່ງກ່າວສາມາດໃຊ້ເຂົ້າໃນການປຸງແຕ່ງອາຫານຂອງກຸ່ມໂພຊະນາການຊຸມຊົນ. ພາຍໃຕ້ກິດຈະກຳໂພຊະນາການ ຂອງໂຄງການ ປຊກ ຈຶ່ງໄດ້ສະໜອງເຮືອນຮົ່ມໃຫ້ແກ່ກຸ່ມໂພຊະການຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ ຄາດຄະເນວ່າແຕ່ລະກຸ່ມໂພຊະນາການຊຸມຊົນຈະມີເຮືອນຮົ່ມ 1 ຫຼັງ, ສະມາຊິກທຸກຄົນສາມາດເຂົ້າເຖິງໄດ້. ຜົນຜະລິດຈາກເຮືອນຮົ່ມຈະປະກອບສ່ວນໃນການປຸງແຕ່ງອາຫານຂອງກຸ່ມໂພຊະນາການຊຸມຊົນ.           ໃນປີ 2025,

Read More »

ການລ້ຽງແບ້ເພື່ອຮີດນົມ

ຕາງໜ້າຈາກ 43 ຄອບຄົວທີ່ເຂົ້າຮ່ວມໂຄງການໄດ້ເຂົ້າຮັບການອົບຮົມກ່ຽວກັບການລ້ຽງແບ້, ການຮີດນົມ, ການໝັກໃບມັນຕົ້ນ ຢູ່ທີ່ຟາມຄວາຍນາຊາວ ແຂວງຫຼວງພະບາງ. ການຮີດນົມແບ້ຈະເລີ່ມຈາກເດືອນມັງກອນ ຫາ ພຶດສະພາ 2026. ກິດຈະກຳລ້ຽງແບ້ເພື່ອຮີດນົມ ມີຈຸດປະສົງຫຼັກໆຄື: ເພື່ອເຮັດໃຫ້ອາຫານຂອງເດັກນ້ອຍ ອາຍຸ 6 – 23 ເດືອນ ມີຄວາມຫຼາກຫຼາຍໂດຍການເພີ່ມລາຍການອາຫານໃຫມ່ທີ່ມີສ່ວນປະກອບຂອງນົມ ແລະ ເພື່ອນໍາເອົານໍ້ານົມແບ້ໃຫ້ແກ່ກຸ່ມໂພຊະນາການຊຸມຊົນເພື່ອເປັນສ່ວນປະສົມໃນສູດອາຫານ. ເລີ່ມຈັດຕັ້ງປະຕິບັດໃນເດືອນທັນວາ 2025 ຢູ່

Read More »

ສວນຄົວໂພຊະນາການ

ຈຸດປະສົງຂອງກິດຈະກຳສວນຄົວໂພຊະນາການແມ່ນເພື່ອເພື່ອສົ່ງເສີມການຜະລິດພືດທີ່ຫຼາກຫຼາຍ ແລະ ປູກງ່າຍ, ອຸດົມ ສົມບູນດ້ວຍສານອາຫານ ແລະ ທົນທານກັບສະພາບອາກາດ ແລະ ເພື່ອແນະນໍາເຕັກນິກການເຮັດສວນທີ່ໄດ້ຮັບການປັບປຸງ ເຊັ່ນ: ຝຸ່ນບົ່ມ, ປຸ໋ຍຊີວະພາບ, ຢາປາບສັດຕູພືດຊີວະພາບ ລວມທັງເຕັກນິກການຜະລິດແນວພັນ. ສະມາຊິກກຸ່ມໂພຊະນາການຊຸມຊົນ ໄດ້ເຮັດສວນຄົວໃນເຮືອນຂອງຕົນ ແລະ ໄດ້ປູກພືດທີ່ໂຄງການແນະນຳຢ່າງໜ້ອຍ 3 ຊະນິດຂຶ້ນໄປໄດ້  5.983 ສວນ.   ຂໍ້ມູນເພີ່ມຕື່ມ, ສາມາດເບິ່ງໄດ້

Read More »
Scroll to Top