ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ວຽກງານປັບປຸງຊີວິດການເປັນຢູ່, ບ້ານເປົ້າໝາຍໂຄງການ ປຊກ ໄລຍະ1, ເມືອງເຊໂປນ, ແຂວງສະຫວັນນະເຂດ

ຂ່າວສັ້ນສໍາລັບວຽກງານປັບປຸງຊີວິດການເປັນຢູ່, ບ້ານເປົ້າໝາຍໂຄງການ ປຊກ ໄລຍະ1,​ ເມືອງເຊໂປນ, ແຂວງສະຫວັນນະເຂດ, ເດືອນ ພືດສະພາ 2026

       ເມືອງເຊໂປນເປັນເມືອງໜຶ່ງ, ຕັ້ງຢູ່ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ແລະ ຍັງເປັນເມືອງທີ່ທຸກຍາກ. ບ້ານເປົ້າໝາຍໂຄງການ ປຊກເມືອງເຊໂປນ ໄລຍະ1 ກວມທັງໝົດ 21 ບ້ານ, ແບ່ງເປັນ 2 ປະເພດບ້ານ, ບ້ານປະເພດ1 ກວມເອົາ 20 ບ້ານ ແລະ ບ້ານປະເພດ2 ມີພຽງ 1 ບ້ານ​. ສະມາຊິກທັງໝົດ 1,108 ຄອບຄົວ, ຍິງ 995 ຄົນໄດ້ເຂົ້າຮ່ວມກິດຈະກໍາປັບປຸູງຊີວິດການເປັນຢູ່.

ຄວາມຄຶບໜ້າວຽກປັບປຸງຊິວິດການເປັນຢູ່ບ້ານເປົ້າໝາຍໂຄງການໄລຍະ1 ເມືອງເຊໂປນ ໄດ້ສໍາເລັດການສ້າງຕັ້ງກຸ່ມ ກອງທຶນຊ່ວຍເຫຼືອກັນ (ກຊກ) ລວມທັງໝົດ 80 ກຸ່ມ, ສະມາຊີກທັງໝົດ 1,108 ຄົນ, ​ຍິງ 995 ຄົນ. ໃນເວລາດຽວກັນນັ້ນ,  ສະມາຊິກ ກຊກ ທັງໝົດໄດ້ ຄັດເລືອກເອົາ ຄະນະຄຸ້ມຄອງກອງທຶນຊ່ວຍເຫຼືອກັນ (ຄບກ) ຈໍານວນ140 ຄົນ, ຍິງ 80 ຄົນ, ລວມທັງຜູ້ອໍານວຍຄວາມສະດວກຂັ້ນບ້ານ 21 ຄົນ, ຍິງ 8 ຄົນ.  

ພາຍຫຼັງສ້າງຕັ້ງກຸ່ມ ກຊກ ສໍາເລັດແລ້ວ, ພະນັກງານປັບປຸງຂັ້ນເມືອງ ແລະ ຂັ້ນບ້ານໄດ້ລົງຝຶກອົບຮົມດ້ານການບໍລິຫານຈັດການບັນຊີ ແລະ ວິທີການບັນທືກປື້ມຕ່າງໆໃຫ້ ຄະນະ ຄບກ ໃນແຕ່ລະບ້ານທີ່ຖືກຄັດເລືອກ. ຜູ້ອໍານວຍຄວາມສະດວກຂັ້ນບ້ານແມ່ນໄດ້ຄັດເລືອກ 1 ຄົນຕໍ່ບ້ານ ແລະ ໄດ້ຮັບການຝຶກອົບຮົມຫົວຂໍ້ພິເສດ. ນອກນັ້ນ, ທິມງານປັບປຸງໄດ້ຝຶກອົບຮົມດ້ານເຕັກນິກ ກິດຈະກໍາສ້າງລາຍຮັບ, ການປູກຝັງ ແລະ ລ້ຽງສັດ ເຊິ່ງມີຫລາຍຫົວຂໍ້ເປັນຕົ້ນ: ການປູກມັນຕົ້ນ, ປູກແຂມ, ປູກກ້ວຍ, ປູກເຂົ້ານາປີ, ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ, ລ້ຽງແບ້ ແລະ ລ້ຽງປາ. ນອກນ້້ນ, ໄດ້ສ້າງສັດຕະວະແພດປະຈໍາບ້ານ 1 ທ່ານ ແລະ ແນະນໍາການຂຽນແຜນທຸລະກິດຄົວເຮືອນໃຫ້ສະມາຊິກ ກຊກ. ຂັ້ນຕອນສຸດທ້າຍ, ທິມປັບປງຸໄດ້ປ່ອຍເງີນຕົ້ນທືນ ຈໍານວນທັງໝົດ 2,464,942,000 ກີບ ໃຫ້ສະມາຊິກ ກຊກ ເພື່ອໄປຈັດຕັ້ງປະຕິບັດກິດຈະກໍາສ້າງລາຍຮັບ.

ຫຼັງການຈັດຕັ້ງປະຕິັບັດກິດຈະກໍາສ້າງລາຍຮັບຂອງບ້ານເປົ້າໝາຍໂຄງການໄລຍະທີ1, ທິມງານປັບປຸງຂັ້ນເມືອງສາມາດສະຫລູບຜົນໄດ້ຮັບດັ່ງຕໍ່ໄປນີ້: ກິດຈະກໍາປູກມັນຕົ້ນ 381 ຄອບຄົວ, ຜົນຜະລິດມັນຕົ້ນທັງໝົດ 7,120 ໂຕນ, ສ້າງລາຍຮັບ 7,12ຕື້ກີບ; ເກັບດອກແຂມ 64 ຄອບຄົວ, ເກັບກູ້ໄດ້ 5,400 ກິໂລ, ເປັນເງີນ 182,000,000 ກີບ;  ກ້ວຍນໍ້າ 28 ຄອບຄົວ, 8,000 ກິໂລ, ເປັນເງີນ 48,000,000 ກີບ; ກິດຈະກໍາລ້ຽງໄກ່ລາດ 49 ຄອບຄົວ, ຂາຍໄກ່ທັງໝົດ 350 ກິໂລ, ເປັນເງີນ 29,750,000 ກີບ; ລ້ຽງເປັດລາດ 35 ຄອບຄົວ, ຂາຍເປັດທັງໝົດ 120 ກິໂລ, ເປັນເງີນ 22,500,000 ກີບ; ລ້ຽງແບ້ພັນພື້ນເມືອງ 331 ຄອບຄົວ, ຂາຍແບ້ທັງໝົດ 1,490 ກິໂລ, ເປັນເງີນ 149,000,000 ກີບ; ລ້ຽງໝູລາດ 204 ຄອບຄົວ, ຂາຍໝູທັງໝົດ 300 ກິໂລ, ເປັນເງີນ 30,000,000 ກີບ; ລ້ຽງປານິນ 12 ຄອບຄົວ, ຂາຍປາທັງໝົດ 80 ກິໂລ, ເປັນເງີນ 8,000,000 ກີບ.  

ສໍາລັບຜົນຜະລິດມັນຕົ້ນແມ່ນໄດ້ຂາຍທັງມັນສົດ ແລະ ມັນແຫ້ງຢູ່ລານເກັບຊື້້ໃນທ້ອງຖິ່ນ. ດອກແຂມ ສະມາຊິກ ກຊກ ໄດ້ນໍາມາຜະລິດເປັນຟອຍຢູ່ສອງບ້ານ, ເຄວິນ ແລະ ຫ້ວຍຫຍຶ່ງ ຂາຍພາຍໃນຖ້ອງຖິ່ນ, ແລະ ສ່ວນໝາກກ້ວຍແມ່ນໄດ້ຂາຍໃຫ້ພໍ່ຄ້າຫວຽດນາມ.

Scroll to Top