ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທີມງານທະນາຄານໂລກ ເຂົ້າພົບປະ ທ່ານ ປອ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ

          ໃນຕອນເຊົ້າວັນທີ 26 ພຶດສະພາ 2026, ທ່ານ ປອ ທັດສະກາ ສະພັງທອງ, ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ແລະ ທ່ານ ປອ ວົງປະພັນ ມະນີວົງ, ຮັກສາການອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ນຳພາ ທ່ານ ຄວີມາ ເອັນທາຣາ (Khwima Nthara) ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ (Country Manager) ພ້ອມດ້ວຍຄະນະທີມງານທະນາຄານໂລກ ເຂົ້າພົບປະ ທ່ານ ປອ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອປຶກສາຫາລື ກ່ຽວກັບ ວຽກບູລິມະສິດຂອງລັດຖະບານ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ໂດຍສະພາະແມ່ນການຊ່ວຍເຫຼືອຂອງທະນາຄານໂລກ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (Poverty Reduction Fund) ກໍ່ຄື ການຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ຢູ່ຈຸດສຸມພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນຈຳນວນ 450 ບ້ານ, 14 ເມືອງທຸກຍາກ ຂອງ 07 ແຂວງເປົ້າໝາຍ (ຜົ້ງສາລີ, ອຸດົມໄຊ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ ແລະ ເຊກອງ) ນັບແຕ່ປີ 2024 ເຖິງ 2028.

          ໂຄງການດັ່ງກ່າວເປັນຕົວແບບທີ່ສຳຄັນໜຶ່ງ ໃນການຜັນຂະຫຍາຍນະໂຍບາຍ “3 ສ້າງ” ແລະ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງລັດຖະບານ ລົງສູ່ຮາກຖານຂັ້ນບ້ານ ແລະ ສົ່ງເສີມການພັດທະນາໂດຍຊຸມຊົນເປັນເຈົ້າການ. ຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການເລີ່ມແຕ່ໄລຍະຕົ້ນ ຫາ ກາງສະໄໝ ແມ່ນມີຄວາມຄືບໜ້າ ແລະ ຜົນສຳເລັດທີ່ດີ, ຊຶ່ງທາງທະນາຄານໂລກ ປະເມີນວ່າ ມີຜົນຄືບໜ້າເປັນທີ່ໜ້າເພີ່ງພໍໃຈ (Satisfactory). ຜ່ານການປຶກສາຫາລື ເຫັນວ່າ ມີທ່າແຮງໃນການສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງໂຄງການດັ່ງກ່າວໄປສູ່ເຂດອື່ນຕາມແນວທາງນະໂຍບາຍຂອງລັດຖະບານໃນການສືບຕໍ່ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອເຮັດໃຫ້ປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ສູ່ ປະເທດທີ່ມີລາຍຮັບປານກາງ ຕາມຄຳໝັ້ນສັນຍາຂອງລັດຖະບານ ຕໍ່ສາກົນ. ເພື່ອບັນລຸເປົ້າໝາຍດັ່ງກ່າວ ລັດຖະບານມີຄວາມຕ້ອງການດ້ານທຶນຮອນ ແລະ ດ້ານວິຊາການ ເພື່ອມາພັດທະນາວຽກງານດັ່ງກ່າວຢູ່ຂັ້ນບ້ານທຸກຍາກໃຫ້ມີຜົນສຳເລັດສູງ, ສະນັ້ນ, ການສົ່ງເສີມ ແລະ ການລະດົມຂົນຂວາຍທຸກພາກສ່ວນ ເປັນຕົ້ນ ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ ແລະ ພາກສ່ວນອື່ນໆ ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມແຜນລະດົມທຶນ ສຳລັບ ວຽກງານສ້າງຄວາມເຂັ້ມແຂງດ້ານການດຳລົງຊິວີດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ເຂດຊົນນະບົດ (RLRPP) ແຕ່ປີ 2026-2030 ທີ່ຈະຈັດຕັ້ງປະຕິບັດໂດຍ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ແລະ ແຜນພັດທະນາແຕ່ຈຸດສຸມພັດທະນາທີ່ຖືກກຳນົດໄວ້.

Scroll to Top