ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ວຽກງານປັບປຸງຊີວິດການເປັນຢູ່ ບ້ານເປົ້າໝາຍໂຄງການ ປຊກ ໄລຍະ1, ເມືອງພູກູດ, ແຂວງຊຽງຂວາງ

ຂ່າວສັ້ນສໍາລັບວຽກງານປັບປຸງຊີວິດການເປັນຢູ່ ບ້ານເປົ້າໝາຍໂຄງການ ປຊກ ໄລຍະ1, ເມືອງພູກູດ, ແຂວງຊຽງຂວາງ, ພຶດສະພາ 2026

         ພູກູດ ເປັນເມືອງໜຶ່ງຕັ້ງຢູ່ທິດເໜືອ-ຕອນກາງຂອງແຂວງຊຽງຂວາງ ແລະ ເປັນເມືອງທີ່ຍັງທຸກຍາກ.  ທົ່ວເມືອງມີ 3 ຈຸດສຸມ, ກວມ 43 ບ້ານ, ທັງໝົດ 5,537 ຄົວເຮືອນ, ມີພົນລະເມືອງທັງໝົດ 28,639 ຄົນ, ຍິງ 14,024 ຄົນ, ເຜົ່າລາວລຸ່ມກວມ 56,7%, ເຜົ່າມົ້ງກວມ 21,4%, ເຜົ່າກຶມມຸກວມ 21,9%.

        ໃນທ້າຍປີ 2024 ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ໄດ້ເລືອກເອົາເມືອງພູກູດເປັນເມືອງເປົ້າໝາຍຂອງໂຄງການ ມີບ້ານເປົ້າໝາຍທັງໝົດ 32 ບ້ານ ໂດຍໄດ້ແບ່ງອອກເປັນ 2 ໄລຍະ, ໄລຍະທີ່1 ມີຈໍານວນບ້ານທັງໝົດ 16 ບ້ານ ແລະ ໄລຍະທີ່2 ມີບ້ານທັງໝົດ 16 ບ້ານ, ການດໍາເນີນວຽກປັບປຸງຊີວິດການເປັນຢູ່ ໄດ້ສໍາເລັດການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ(ກຊກ) ໃນບ້ານໄລຍະທີ1 ໄດ້ທັງໝົດ 63 ກຸ່ມ, ມີສະມາຊິກທັງໝົດ 905 ຄົນ, ຍິງ 860 ຄົນ, ໄດ້ຄັດເລືອກເອົາຄະນະຄຸ້ມຄອງກຸ່ມຊ່ວຍເຫຼືອກັນ (ຄບກ) ໄດ້ທັງໝົດ 112 ຄົນ, ຍິງ 95 ຄົນ. ພາຍຫຼັງສໍາເລັດການສ້າງຕັ້ງກຸ່ມ ກຊກ ແລ້ວ ທິມງານປັບປຸງຂັ້ນເມືອງ ແລະ ຂັ້ນບ້ານໄດ້ລົງຈັດຝຶກອົບຮົມຫົວຂໍ້ການຄຸ້ມຄອງການເງິນຂັ້ນພື້ນຖານໃຫ້ແກ່ຄະນະຄຸ້ມຄອງກອງທຶນ (ຄບກ), ການບັນທຶກປຶ້ມບັນຊີປະເພດຕ່າງໆຂອງກອງທຶນບ້ານ, ຝຶກອົບຮົມເຕັກນິກ ກິດຈະກໍາສ້າງລາຍຮັບ ການປູກຝັງ ແລະ ການລ້ຽງສັດ, ແລະ ແນະນໍາສ້າງແຜນທຸລະກິດຄົວເຮືອນໃຫ້ແກ່ສະມາຊິກກຸ່ມ ກຊກ.  ຫຼັງຈາກຝຶກອົບຮົມສໍາເລັດແລ້ວພະນັກງານປັບປຸງຂັ້ນເມືອງ ແລະ ຂັ້ນບ້ານໄດ້ປ່ອຍເງິນຕົ້ນທຶນໃຫ້ບ້ານໄລຍະ1 ເປັນຈໍານວນເງິນທັງໝົດ 3,632,595,000 ກີບ ໃຫ້ສະມາຊິກກຸ່ມ ກຊກ ໄປເຮັດກິດຈະກໍາສ້າງລາຍຮັບເຊັ່ນ: ປູກສາລີ, ປູກຜັກ, ປູກໝາກເດືອຍ, ລ້ຽງໝູ,​ ລ້ຽງໄກ່ລາດ, ລ້ຽງເປັດລາດ, ລ້ຽງແບ້, ລ້ຽງປາ, ຕໍ່າຫູກ ແລະ ຄ້າຂາຍຍ່ອຍ.​

        ຜ່ານການຈັດຕັ້ງປະຕິບັດ, ທີມງານປັບປຸງຂັ້ນເມືອງ ສາມາດສັງລວມຜົນໄດ້ຮັບຂອງກິດຈະກໍາສ້າງລາຍຮັບມີຄື: ປູກສາລີ 495 ຄອບຄົວ, ຜະລິດໄດ້ 111  ໂຕນ, ສ້າງລາຍຮັບ 420,100,000 ກີບ; ປູກຜັກ 35 ຄອບຄົວ, ຜະລິດໄດ້207 ກິໂລ, ສ້າງ​ລາຍຮັບ 2,881,000 ກີບ; ປູກໝາກເດືອຍ 9 ຄອບຄົວ, ຜະລິດໄດ້  3,000 ກິໂລ, ສ້າງລາຍຮັບ 24,000,000 ກີບ; ລ້ຽງໝູ 202 ຄອບຄົວ, ຜະລິດໄດ້ 2,342  ກີໂລ, ສ້າງລາຍຮັບ 126,054,000 ກີບ; ​ລ້ຽງໄກ່ລາດ 55  ຄອບຄົວ, ຜະລິດໄດ້  1,555 ກີໂລ, ສ້າງລາຍຮັບ 186,600,000 ກີບ;  ລ້ຽງເປັດລາດ 28 ຄອບຄົວ, ຜະລິດໄດ້ 1,067 ກິໂລ, ສ້າງລາຍຮັບ 105,600,000 ກີບ; ລ້ຽງແບ້  26ຄອບຄົວ, ຜະລິດໄດ້  103 ກິໂລ, ສ້າງລາຍຮັບ 7,920,000  ກີບ; ລ້ຽງປາ 8 ຄອບຄົວ, ຜະລິດໄດ້ 1,028 ກິໂລ, ສ້າງລາຍຮັບ 72,870,000 ກີບ; ຕໍ່າຫູກ  41 ຄອບຄົວ, ຜະລິດສິ້ນໄດ້ 1,607 ຜືນ,​ ສ້າງລາຍຮັບ 160,700,000 ກີບ ແລະ  ຄ້າຂາຍຍ່ອຍ 6 ຄອບຄົວ, ສ້າງລາຍຮັບ 31,700,000 ກີບ. ລວມຍອດລາຍຮັບທັງໝົດ 1,138,425,000 ກີບ.

        ມາຮອດປະຈຸບັນນີ້, ຊີວິດການເປັນຢູ່ຂອງສະມາຊິກກຸ່ມ ກຊກ ແຕ່ລະບ້ານເປົ້າໝາຍໂຄງການ ປຊກ ໄລຍະທີ-1 ໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ. ພ້ອມດຽວກັນ, ບັນດາສະມາຊິກກຸ່ມ ກຊກ ກໍສາມາດສົ່ງເງິນຕົ້ນທຶນພ້ອມດອກເບ້ຍໃຫ້ກອງທືນ ກຊກ ແລະ ສະເໜີຂໍຢືມເງິນຕົ້ນທຶນຮອບສອງໄປເຮັດກິດຈະກຳສ້າງລາຍຮັບ.

Scroll to Top