ຂ່າວຜົນການຝຶກອົບຮົມເຕັກນິກກິຈະກໍາສ້າງລາຍຮັບແກ່ສະມາຊິກກຸ່ມຊ່ວຍເຫຼືອກັນບ້ານເປົ້າໝາຍໄລຍະ2 ໂຄງການ ປຊກ, ເດືອນ ເມສາ ແລະ ພຶດສະພາ 2026
ໂຄງການປັບປຸງຊີວິດການເປັນຢູ່ ແລະ ປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ໄດ້ສືບຕໍ່ສະໜັບສະໜູນ 220 ບ້ານເປົ້າໝາຍໄລຍະ2 ໃນເດືອນ ທັນວາ 2025, ທິມງານປັບປຸງຂັ້ນເມືອງ ແລະ ຂັ້ນບ້ານໄດ້ສໍາເລັດການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ທັງໝົດ 804 ກຸ່ມ, ສະມາຊິກທັງໝົດ 11,435ຄອບຄົວ. ຫຼັງຈາກການສ້າງຕັ້ງກຸ່ມແລ້ວ, ພະນັກງານປັບປຸງຂັ້ນເມືອງ, ຂັ້ນບ້ານ ແລະ ວິຊາການ ກະສິກໍາ ແລະ ສິ່ງແວດລ້ອມເມືອງ, ໄດ້ຈັດຝຶກອົບຮົມເຕັກນິກກິດຈະກໍາສ້າງລາຍຮັບໃນຫຼາຍຫົວຂໍ້ ເປັນຕົ້ນ ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ, ລ້ຽງແບ້ ແລະ ລ້ຽງປາ, ປູກເຂົ້ານາປີ, ປູກພືດຜັກ, ປູກມັນຕົ້ນ, ປູກສາລີ, ປູກກ້ວຍນໍ້າ, ປູກໝາກເດືອຍ, ປູກກາເຟ, ປູກແຂມ, ປູກພືດອາຫານສັດ ແລະ ປູກໂສມ, ໃຫ້ແກ່ສະມາຊິກທັງໝົດ 11,303 ຄອບຄົວ, ລວມຍິງ 10,484 ຄົນ. ໃນວາລາດຽວກັນນັ້ນ, ທິມງານປັບປຸງໄດ້ຊ່ວຍ ສະມາຊິກ ກຊກ ຂຽນແຜນທຸລະກິດຄົວເຮືອນກ່ອນຈະໄດ້ຮັບເງິນຕົ້ນທຶນຈາກໂຄງການ ປຊກ. ໃນຊ່ວງການຝືກອົບຮົມເຕັກນິກ, ທີິມງານໄດ້ນໍາໃຊ້ຄູ່ມືຝຶກອົບຮົມ ແລະ ວິດີໂອສັ້ນກິດຈະກໍາສ້າງລາຍຮັບທີ່ໄດ້ພັດທະນາຂື້ນ, ນອກນັ້ນ, ຍັງໄດ້ສາທິດການສັກຢາວັກຊິນປ້ອງກັນພະຍາດສັດຕາມລະດູການ, ການກະກຽມອາຫານສັດ, ການຜະລິດຝຸ່ນບົ່ມເພື່ອປັບປຸງດິນ ແລະ ການເຮັດນໍ້າຢາສະໝູນໄພຂັບໄລ່ ແລະ ຈໍາກັບແມງໄມ້ສັດຕູພືດ. ສໍາລັບການຝຶກອົບຮົມເຕັກນິກຊຸດນີ້, ທິມງານປັບປູງຂັ້ນເມືອງ ແລະ ຂັ້ນບ້ານໄດ້ຮັບການສະໜັບສະໜູນດ້ານເຕັກນິກຈາກວິຊາການສົ່ງເສີມກະສິກໍາຂັ້ນສູນກາງຢ່າງຕໍ່ເນື່ອງ.
ຫຼັງສິ້້ນສຸດຝຶກອົບຮົມເຕັກນິກ, ພະນັກງານປັບປຸງຂັ້ນບ້ານໄດ້ນໍາພາສະມາຊິກ ກຊກ ໃນການສ້າງຄອກສັດທີ່ສາມາດທົນທານກັບການປ່ຽນແປງດິນຟ້າອາກາດ, ປູກພືດອາຫານສັດ, ກະກຽມໜອງປາ, ປັບປຸງຄຸນນະພາບນໍ້າ, ກະກຽມພື້ນທີ່ປູກ ແລະ ຜະລິດຝຸ່ນບົ່ມເພື່ອປັບປຸງດິນ ສໍາລັບປູກພືດເສດຖະກິດກ່ອນລະດູຝົນ.



