ກະຊວງກະສິກຳ ແລະ ສິ່ງແວດລ້ອມ
ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ
ເງິນກູ້ເລກທີ: IDA No.673580-LA ແລະ IDA No.73590-LA, ລະຫັດໂຄງການ. P178545
ປະກາດຮັບສະໜັກພະນັກງານ – Request for Expression of Interest (REOI)
ຕຳແໜ່ງ: ພະນັກງານ ຕິດຕາມ ແລະ ປະເມີນຜົນ ເມືອງ ຈຳນວນ 1 ຕໍາແໜ່ງ,
ປະຈຳຫ້ອງການໂຄງການ ປຊກ ເມືອງງາ ແຂວງອຸດົມໄຊ.
- ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ແລະ ມີຈຸດປະສົງທີ່ຈະນຳໃຊ້ທຶນສ່ວນໜຶ່ງ ເຂົ້າໃນການຮັບພະນັກງານສັນຍາຈ້າງ ຕຳແໜ່ງ ຕິດຕາມ ແລະ ປະເມີນຜົນ ເມືອງ ຈໍານວນ 01 ຕໍາແໜ່ງ ເພື່ອມາປະຈຳຢູ່ຫ້ອງການໂຄງການ ປຊກ ເມືອງງາ ແຂວງອຸດົມໄຊ:
- ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂໍເຊີນຜູ້ທີ່ສົນໃຈ ທີ່ມີຄູນສົມບັດຄົບຖ້ວນຖືກຕ້ອງ ຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງລຸ່ມ ຍື່ນເອກະສານສະໝັກດ້ວຍຕົນເອງ ທາງອີເມວ ສົ່ງມາຕາມທີຢູ່ Email: info.hr@clearlaos.org ຫລື ສົ່ງທີຫ້ອງການ ປຊກ ເມືອງງາ ແຂວງອຸດົມໄຊ ພ້ອມເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອ້າງອີງ ປະສົບການດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ຂອງທ່ານ ເພື່ອມາຮັບຜິດຊອບເຮັດວຽກດັ່ງກ່າວ:
- ຂໍ້ກຳນົດເງື່ອນໄຂເບື້ອງຕົ້ນ ຂອງຜູ້ສະໝັກທີ່ສາມາດຍື່ນສະໝັກໄດ້ ປະກອບມີດັ່ງນີ້:
- ລະດັບທາງດ້ານການສຶກສາ: ຕ້ອງຮຽນຈົບມີໃບປະກາດວິຊາຊີບຊັ້ນສູງຂື້ນໄປ ໃນສາຂາການຄຸ້ມຄອງ-ບໍລິຫານໂຄງການ, ວິທະຍາສາດສັງຄົມ, ການພັດທະນາຊົນນະບົດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ເສດຖະສາດກະສິກໍາ, ການເງິນ ຫຼື ສາຂາອື່ນທີ່ກ່ຽວຂ້ອງ;
- ປະສົບການການເຮັດວຽກຜ່ານມາ: ຢ່າງໜ້ອຍ 2 ປີ ໃນການວາງແຜນໂຄງການ, ປະເມີນໂຄງການ, ການເກັບກຳຂໍ້ມູນພາກສະໜາມ, ການສຳພາດ ແລະ ການລາຍງານ;
- ມີທັກສະທາງດ້ານຄອມພິວເຕີດີ ໂດຍສາມາດນຳໃຊ້ໂປແກຣມ Microsoft Office (Word, Excel, PowerPoint) ແລະ ນໍາໃຊ້ອິນເຕີເນັດ ເຊັ່ນ: Google Drive (Docs, Sheets, Slides, Forms);
- ສາມາດເດີນທາງໄປເຮັດວຽກໃນເຂດຊົນນະບົດ.
- ເອກະສານຍື່ນສະໝັກ ປະກອບມີ:
- ໃບຄຳຮ້ອງຍື່ນສະໝັກງານ: ໃຫ້ລະບຸລະອຽດຊື່ຕຳແໜ່ງທີ່ສະໝັກ, ສະຖານທີ່ຫ້ອງການ ທີ່ສະເໜີເຂົ້າປະຈຳການ. ພ້ອມທັງປະສົບການຜ່ານມາທີ່ຄ້າຍຄືກັບວຽກທີ່ຍື່ນສະໝັກ, ລາຍຊື່ ແລະ ເບີໂທລະສັບ ຂອງຜູ້ທີ່ສາມາດຢັັ້ງຢືນໃຫ້ທ່ານ ແລະ ທາງໂຄງການສາມາດສອບຖາມໄດ້ ປະມານ 3 ທ່ານ;
- ຊີວະປະຫວັດຂອງຜູ້ຍື່ນສະໝັກ ພ້ອມຮູບຖ່າຍ (ລະບຸລະອຽດ ກ່ຽວກັບລະດັບການສຶກສາ ແລະ ປະສົບການເຮັດວຽກຜ່ານມາ);
- ສຳເນົາໃບປະກາດຈົບການສຶກສາ ແລະ ໃບຄະແນນ, ໃບຢັ້ງຢືນຜ່ານການຝຶກອົມຮົມຕ່າງໆ;
- ສຳເນົາໃບຢັ້ງຢືນການເຮັດວຽກຜ່ານມາ ວຽກທີ່ຄ້າຍຄືກັບວຽກນີ້, ໃບແຈ້ງໂທດ, ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ, ໃບຂັບຂີ່.
- ຂໍ້ມູນເພີ່ມເຕີມ ລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ທ່ານສາມາດພົວພັນເອົາໄດ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນຈັນ ເຖິງ ວັນສຸກ ທີ່ຫ້ອງການ ປຊກ ສູນກາງ, ຕັ້ງຢູ່ໃນຫ້ອງວ່າການລັດຖະບານ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທ: 021 261 479 – 80 ຕໍ່ 105 ຫລື ເຂົ້າເບິ່ງໃນເວັບໄຊ໌ ຂອງໂຄງການທີ່: http://clearlaos.org/vacancy.
ເອກະສານຍື່ນສະໝັກ ຕ້ອງສົ່ງເປັນລາຍລັກອັກສອນ ດ້ວຍຕົນເອງ ສົ່ງທາງອີເມວ ທີ່: info.hr@clearlaos.org ຫລື ສົ່ງທີຫ້ອງການ ປຊກ ເມືອງງາ ແຂວງອຸດົມໄຊ. ຫ້ອງການໂຄງການ ປຊກ ຈະພົວພັນຫາຜູ້ທີ່ຖືກຄັດເລືອກທີ່ເໝາະສົມທີ່ສຸດ ທາງອີເມວ/ໂທລະສັບ ພາຍຫລັງທີ່ໄດ້ຮັບອະນຸມັດແລ້ວ, ວັນທີປິດຮັບເອກະສານຍື່ນສະໝັກ ແມ່ນວັນທີ 20 ມັງກອນ 2026
ເອກະສານແນບມາ: Download