ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ

ເງິນກູ້ເລກທີ: IDA No.673580-LA ແລະ IDA No.73590-LA, ລະຫັດໂຄງການ. P178545

ປະກາດຮັບສະໜັກພະນັກງານ – Request for Expression of Interest (REOI)

ຕຳແໜ່ງ: ພະນັກງານ ຕິດຕາມ ແລະ ປະເມີນຜົນ ເມືອງ ຈຳນວນ 1 ຕໍາແໜ່ງ,

ປະຈຳຫ້ອງການໂຄງການ ປຊກ ເມືອງງາ ແຂວງອຸດົມໄຊ.

  1. ລັດຖະບານ ສປປ ລາວ ໄດ້ຮັບທືນກູ້ຢືມ ຈາກສະມາຄົມພັດທະນາສາກົນ (IDA) ຂອງທະນາຄານໂລກ ເພື່ອຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ແລະ ມີຈຸດປະສົງທີ່ຈະນຳໃຊ້ທຶນສ່ວນໜຶ່ງ ເຂົ້າໃນການຮັບພະນັກງານສັນຍາຈ້າງ ຕຳແໜ່ງ ຕິດຕາມ ແລະ ປະເມີນຜົນ ເມືອງ ຈໍານວນ 01 ຕໍາແໜ່ງ ເພື່ອມາປະຈຳຢູ່ຫ້ອງການໂຄງການ ປຊກ ເມືອງງາ ແຂວງອຸດົມໄຊ:
  2. ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຂໍເຊີນຜູ້ທີ່ສົນໃຈ ທີ່ມີຄູນສົມບັດຄົບຖ້ວນຖືກຕ້ອງ ຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ຂ້າງລຸ່ມ ຍື່ນເອກະສານສະໝັກດ້ວຍຕົນເອງ ທາງອີເມວ ສົ່ງມາຕາມທີຢູ່ Email:  info.hr@clearlaos.org ຫລື ສົ່ງທີຫ້ອງການ ປຊກ ເມືອງງາ ແຂວງອຸດົມໄຊ ພ້ອມເອກະສານຕ່າງໆທີ່ກ່ຽວຂ້ອງ ເພື່ອເປັນບ່ອນອ້າງອີງ ປະສົບການດ້ານຄວາມຮູ້, ຄວາມສາມາດ ແລະ ປະສົບການ ຂອງທ່ານ ເພື່ອມາຮັບຜິດຊອບເຮັດວຽກດັ່ງກ່າວ:
  • ຂໍ້ກຳນົດເງື່ອນໄຂເບື້ອງຕົ້ນ ຂອງຜູ້ສະໝັກທີ່ສາມາດຍື່ນສະໝັກໄດ້ ປະກອບມີດັ່ງນີ້:
    • ລະດັບທາງດ້ານການສຶກສາ: ຕ້ອງຮຽນຈົບມີໃບປະກາດວິຊາຊີບຊັ້ນສູງຂື້ນໄປ ໃນສາຂາການຄຸ້ມຄອງ-ບໍລິຫານໂຄງການ, ວິທະຍາສາດສັງຄົມ, ການພັດທະນາຊົນນະບົດ, ເສດຖະສາດ ແລະ ບໍລິຫານທຸລະກິດ, ເສດຖະສາດກະສິກໍາ, ການເງິນ ຫຼື ສາຂາອື່ນທີ່ກ່ຽວຂ້ອງ;
    • ປະສົບການການເຮັດວຽກຜ່ານມາ: ຢ່າງໜ້ອຍ 2 ປີ ໃນການວາງແຜນໂຄງການ, ປະເມີນໂຄງການ, ການເກັບກຳຂໍ້ມູນພາກສະໜາມ, ການສຳພາດ ແລະ ການລາຍງານ;
    • ມີທັກສະທາງດ້ານຄອມພິວເຕີດີ ໂດຍສາມາດນຳໃຊ້ໂປແກຣມ Microsoft Office (Word, Excel, PowerPoint) ແລະ ນໍາໃຊ້ອິນເຕີເນັດ ເຊັ່ນ: Google Drive (Docs, Sheets, Slides, Forms);
    • ສາມາດເດີນທາງໄປເຮັດວຽກໃນເຂດຊົນນະບົດ.
  • ເອກະສານຍື່ນສະໝັກ ປະກອບມີ:
  • ໃບຄຳຮ້ອງຍື່ນສະໝັກງານ: ໃຫ້ລະບຸລະອຽດຊື່ຕຳແໜ່ງທີ່ສະໝັກ, ສະຖານທີ່ຫ້ອງການ ທີ່ສະເໜີເຂົ້າປະຈຳການ. ພ້ອມທັງປະສົບການຜ່ານມາທີ່ຄ້າຍຄືກັບວຽກທີ່ຍື່ນສະໝັກ, ລາຍຊື່ ແລະ ເບີໂທລະສັບ ຂອງຜູ້ທີ່ສາມາດຢັັ້ງຢືນໃຫ້ທ່ານ ແລະ ທາງໂຄງການສາມາດສອບຖາມໄດ້ ປະມານ 3 ທ່ານ;
  • ຊີວະປະຫວັດຂອງຜູ້ຍື່ນສະໝັກ ພ້ອມຮູບຖ່າຍ (ລະບຸລະອຽດ ກ່ຽວກັບລະດັບການສຶກສາ ແລະ ປະສົບການເຮັດວຽກຜ່ານມາ);
  • ສຳເນົາໃບປະກາດຈົບການສຶກສາ ແລະ ໃບຄະແນນ, ໃບຢັ້ງຢືນຜ່ານການຝຶກອົມຮົມຕ່າງໆ;
  • ສຳເນົາໃບຢັ້ງຢືນການເຮັດວຽກຜ່ານມາ ວຽກທີ່ຄ້າຍຄືກັບວຽກນີ້, ໃບແຈ້ງໂທດ, ໃບຢັ້ງຢືນທີ່ຢູ່, ບັດປະຈຳຕົວ, ໃບຂັບຂີ່.
  1. ຂໍ້ມູນເພີ່ມເຕີມ ລວມທັງຂໍ້ກຳນົດເງື່ອນໄຂການອ້າງອີງຕ່າງໆ ທ່ານສາມາດພົວພັນເອົາໄດ້ ໃນເວລາເຮັດວຽກ ນັບແຕ່ເວລາ 08:00 ໂມງ ຫາ 16:00 ໂມງ, ແຕ່ວັນຈັນ ເຖິງ ວັນສຸກ ທີ່ຫ້ອງການ ປຊກ ສູນກາງ, ຕັ້ງຢູ່ໃນຫ້ອງວ່າການລັດຖະບານ, ບ້ານສີສະຫວາດ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, ໂທ: 021 261 479 – 80 ຕໍ່ 105 ຫລື ເຂົ້າເບິ່ງໃນເວັບໄຊ໌ ຂອງໂຄງການທີ່: http://clearlaos.org/vacancy.

ເອກະສານຍື່ນສະໝັກ ຕ້ອງສົ່ງເປັນລາຍລັກອັກສອນ ດ້ວຍຕົນເອງ ສົ່ງທາງອີເມວ ທີ່: info.hr@clearlaos.org ຫລື ສົ່ງທີຫ້ອງການ ປຊກ ເມືອງງາ ແຂວງອຸດົມໄຊ. ຫ້ອງການໂຄງການ ປຊກ ຈະພົວພັນຫາຜູ້ທີ່ຖືກຄັດເລືອກທີ່ເໝາະສົມທີ່ສຸດ ທາງອີເມວ/ໂທລະສັບ ພາຍຫລັງທີ່ໄດ້ຮັບອະນຸມັດແລ້ວ, ວັນທີປິດຮັບເອກະສານຍື່ນສະໝັກ ແມ່ນວັນທີ 20 ມັງກອນ 2026

ເອກະສານແນບມາ: Download

Scroll to Top