
ການລ້ຽງແບ້ເພື່ອຮີດນົມ
ຕາງໜ້າຈາກ 43 ຄອບຄົວທີ່ເຂົ້າຮ່ວມໂຄງການໄດ້ເຂົ້າຮັບການອົບຮົມກ່ຽວກັບການລ້ຽງແບ້, ການຮີດນົມ, ການໝັກໃບມັນຕົ້ນ ຢູ່ທີ່ຟາມຄວາຍນາຊາວ ແຂວງຫຼວງພະບາງ. ການຮີດນົມແບ້ຈະເລີ່ມຈາກເດືອນມັງກອນ ຫາ ພຶດສະພາ 2026. ກິດຈະກຳລ້ຽງແບ້ເພື່ອຮີດນົມ ມີຈຸດປະສົງຫຼັກໆຄື: ເພື່ອເຮັດໃຫ້ອາຫານຂອງເດັກນ້ອຍ ອາຍຸ 6 – 23 ເດືອນ ມີຄວາມຫຼາກຫຼາຍໂດຍການເພີ່ມລາຍການອາຫານໃຫມ່ທີ່ມີສ່ວນປະກອບຂອງນົມ ແລະ ເພື່ອນໍາເອົານໍ້ານົມແບ້ໃຫ້ແກ່ກຸ່ມໂພຊະນາການຊຸມຊົນເພື່ອເປັນສ່ວນປະສົມໃນສູດອາຫານ. ເລີ່ມຈັດຕັ້ງປະຕິບັດໃນເດືອນທັນວາ 2025 ຢູ່

ສວນຄົວໂພຊະນາການ
ຈຸດປະສົງຂອງກິດຈະກຳສວນຄົວໂພຊະນາການແມ່ນເພື່ອເພື່ອສົ່ງເສີມການຜະລິດພືດທີ່ຫຼາກຫຼາຍ ແລະ ປູກງ່າຍ, ອຸດົມ ສົມບູນດ້ວຍສານອາຫານ ແລະ ທົນທານກັບສະພາບອາກາດ ແລະ ເພື່ອແນະນໍາເຕັກນິກການເຮັດສວນທີ່ໄດ້ຮັບການປັບປຸງ ເຊັ່ນ: ຝຸ່ນບົ່ມ, ປຸ໋ຍຊີວະພາບ, ຢາປາບສັດຕູພືດຊີວະພາບ ລວມທັງເຕັກນິກການຜະລິດແນວພັນ. ສະມາຊິກກຸ່ມໂພຊະນາການຊຸມຊົນ ໄດ້ເຮັດສວນຄົວໃນເຮືອນຂອງຕົນ ແລະ ໄດ້ປູກພືດທີ່ໂຄງການແນະນຳຢ່າງໜ້ອຍ 3 ຊະນິດຂຶ້ນໄປໄດ້ 5.983 ສວນ. ຂໍ້ມູນເພີ່ມຕື່ມ, ສາມາດເບິ່ງໄດ້
