ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ຕາງໜ້າຈາກ 43 ຄອບຄົວທີ່ເຂົ້າຮ່ວມໂຄງການໄດ້ເຂົ້າຮັບການອົບຮົມກ່ຽວກັບການລ້ຽງແບ້, ການຮີດນົມ, ການໝັກໃບມັນຕົ້ນ ຢູ່ທີ່ຟາມຄວາຍນາຊາວ ແຂວງຫຼວງພະບາງ.

ການຮີດນົມແບ້ຈະເລີ່ມຈາກເດືອນມັງກອນ ຫາ ພຶດສະພາ 2026.

ກິດຈະກຳລ້ຽງແບ້ເພື່ອຮີດນົມ ມີຈຸດປະສົງຫຼັກໆຄື: ເພື່ອເຮັດໃຫ້ອາຫານຂອງເດັກນ້ອຍ ອາຍຸ 6 – 23 ເດືອນ ມີຄວາມຫຼາກຫຼາຍໂດຍການເພີ່ມລາຍການອາຫານໃຫມ່ທີ່ມີສ່ວນປະກອບຂອງນົມ ແລະ ເພື່ອນໍາເອົານໍ້ານົມແບ້ໃຫ້ແກ່ກຸ່ມໂພຊະນາການຊຸມຊົນເພື່ອເປັນສ່ວນປະສົມໃນສູດອາຫານ.

ເລີ່ມຈັດຕັ້ງປະຕິບັດໃນເດືອນທັນວາ 2025 ຢູ່ 4 ບ້ານຂອງເມືອງປາກແບງ ແລະ 6 ບ້ານຂອງເມືອງງາ ແຂວງອຸດົມໄຊ ມີຄອບຄົວເຂົ້າຮ່ວມຈຳນວນ 43 ຄອບຄົວ.

Scroll to Top