
ແນວທາງການປະຕິບັດວຽກໂພຊະນາການ ກ່ອນຈະສິ້ນສຸດໂຄງການໃນບ້ານຊຸດທີ 1
ເປັນຫຍັງຈື່ງຕ້ອງມີແນວທາງການດຳເນີນງານ? ເນື່ອງຈາກໂຄງການ ປຊກ ໄດ້ເລີ່ມຂະຫຍາຍໄປສູ່ບ້ານເປົ້າໝາຍ ຊຸດທີ 2 ຈຳນວນ 220 ບ້ານ, ທີມງານພາກສະໜາມຈຶ່ງມີວຽກຫຼາຍຂື້ນ ຊຶ່ງຈຳເປັນຕ້ອງມີການຈັດແບ່ງເວລາໃນການເຄື່ອນໄຫວວຽກງານທັງໃນບ້ານຊຸດທີ I ແລະ ຊຸດທີ II ໂດຍມີທັງກິດຈະກຳໂພຊະນາການ ແລະ ການສ້າງແຜນພັດທະນາບ້ານ. ແນວທາງການດຳເນີນງານນີ້ຈະຊ່ວຍໃຫ້ສາມາດກຳນົດແຜນການເຮັດວຽໄດ້ດີຂຶ້ນ ແລະ ເປັນແນວທາງໃຫ້ຮູ້ວ່າ ບ້ານໃດທີ່ຍັງຕ້ອງການຄວາມຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ບ້ານໃດທີ່ສາມາດປ່ອຍໃຫ້ດຳເນີນການດ້ວຍຕົນເອງ. ຈຸດປະສົງ:

ການແປຮູບ ແລະ ປຸງແຕ່ງອາຫານ
ອາຫານມີຄວາມສຳຄັນ ແລະ ຈຳເປັນ ແລະ ຕ້ອງການໃຫ້ພຽງພໍສຳລັບແມ່ຍິງຖືພາ, ແມ່ທີກຳລັງລ້ຽງລູກດ້ວຍນົມ, ເພື່ອໃຫ້ໄດ້ສານອາຫານຫຼາຍຂຶ້ນ ມີສຸຂະພາບແຂງແຮງ ແລະ ການພັດທະນາຂອງລູກໃນ 1,000 ວັນຂອງຊີວິດ. ທາດອາຫານແມ່ນມາຈາກການກິນອາຫານທີ່ພຽງພໍ ແລະ ສົມດຸນ. ໂຄງການ ປຊກ ສະໜອງປຶ້ມປຸງແຕ່ງອາຫານໃຫ້ແກ່ກຸ່ມໂພຊະນາການຊຸມຊົນໃນແຕ່ລະບ້ານເປົ້າໝາຍ. ການແປຮູບອາຫານ ໂຄງການ ປຊກ ນຳສະເໜີການແປຮູບອາຫານໃນ 3 ປະເພດຄື: ຜົງເຂົ້າ:

ອົບຮົມຄືນວຽກໂພຊະນາການໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ
ໃນລະຫວ່າງວັນທີ 31 ເດືອນມີນາ – 02 ເມສາ 2026 ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ໄດ້ຈັດການອົບຮົມຄືນວຽກງານໂພຊະນາການໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ ຂອງ 14 ເມືອງເປົ້າໝາຍ ຢູ່ທີ່ຫ້ອງປະຊຸມສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນສີ ນັນທະພອນ

ກິດຈະກຳໂພຊະນາການຂອງໂຄງການ ປຊກ
ພາຍໃຕ້ໂຄງການ ປຊກ, ຄູ່ມືການຈັດຕັ້ງປະຕິບັດໂຄງການໄດ້ກຳນົດໃຫ້ວຽກໂພຊະນາການຢູ່ໃນອົງປະກອບທີ 3 ຊຶ່ງປະກອບດ້ວຍ 9 ກິດຈະກຳຫຼັກດັ່ງນີ້: ການສ້າງຕັ້ງກຸ່ມ, ກອງປະຊຸມ ແລະ ອົບຮົມ (ວິຊາການ ລວມທັງການຄຸ້ມຄອງການເງິນ): ໃນແຕ່ລະບ້ານຂອງບ້ານເປົ້າໝາຍຂອງໂຄງການ ຈະໄດ້ມີການສ້າງຕັ້ງກຸ່ມຂຶ້ນ ໂດຍເອີ້ນວ່າ “ກຸ່ມໂພຊະນາການຊຸມຊົນ” ເອີ້ນຫຍໍ້ວ່າ “ກພຊ” ຊຶ່ງສະມາຊິກກຸ່ມແມ່ນແມ່ຍິງ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ ເອີ້ນວ່າ

ເປັນຫຍັງໂພຊະນາການຈຶ່ງມີຄວາມສຳຄັນ?
ຜົນກະທົບຈາກພາວະເຕ້ຍຂອງເດັກນ້ອຍ ການຂາດສານອາຫານໃນລະດັບສູງຂອງເດັກນ້ອຍເປັນອຸປະສັກສໍາຄັນຕໍ່ການຫລຸດຜ່ອນຄວາມທຸກຍາກ, ລວມທັງການພັດທະນາມະນຸດ ແລະ ຊົນນະບົດໃນປະເທດລາວ. ໃນເຂດຊົນນະບົດ, ເດັກນ້ອຍໃນເຂດທີ່ບໍ່ມີຖະຫນົນຫົນທາງ ແລະ ແມ່ບໍ່ມີການສຶກສາ ມີໂອກາດສາມເທົ່າທີ່ຈະເປັນພາວະເຕ້ຍຫລາຍກວ່າເດັກນ້ອຍໃນເມືອງ, ຈາກຄົນທີ່ຮັ່ງມີທີ່ສຸດ ແລະ ມີແມ່ມີການສຶກສາສູງ. ພາວະເຕ້ຍມີຜົນກະທົບຕໍ່ການພັດທະນາໃນໄລຍະຍາວ ລວມທັງສຸຂະພາບທີ່ອ່ອນແອ, ຜົນການຮຽນບໍ່ດີ, ຜົນປະໂຫຍດ ແລະ ຄ່າແຮງງານຕ່ໍາກວ່າໝູ່ເມື່ອຢູ່ໃນໄວຜູ້ໃຫຍ່. ເດັກນ້ອຍທີ່ມີພາວະເຕ້ຍບໍ່ສາມາດພັດທະນາຄຸນຄ່າຄວາມເປັນມະນຸດຂອງຕົນເອງໄດ້ຢ່າງເຕັມທີ ແລະ ຈະຫຼ້າຫຼັງໝູ່ເພື່ອນລຸ້ນດຽວກັນທີ່ໄດ້ຮັບໂພຊະນາການທີ່ດີ. ສາເຫດຂອງເດັກເຕ້ຍ ໂພຊະນາການບໍ່ພຽງພໍ: ໂພຊະນາການຂອງແມ່ບໍ່ດີ:

ເຮືອນຮົ່ມ
ເພື່ອເປັນການສົ່ງເສີມການຜະລິດພືດຜັກທີ່ຫຼາກຫຼາຍຕະຫຼອດທັງປີຊຶ່ງເປັນພືດທີ່ປູກງ່າຍ ອຸດົມໄປດ້ວຍສານອາຫານ ແລະ ທົນຕໍ່ສະພາບອາກາດ ຊຶ່ງພືດຜັກດັ່ງກ່າວສາມາດໃຊ້ເຂົ້າໃນການປຸງແຕ່ງອາຫານຂອງກຸ່ມໂພຊະນາການຊຸມຊົນ. ພາຍໃຕ້ກິດຈະກຳໂພຊະນາການ ຂອງໂຄງການ ປຊກ ຈຶ່ງໄດ້ສະໜອງເຮືອນຮົ່ມໃຫ້ແກ່ກຸ່ມໂພຊະການຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ ຄາດຄະເນວ່າແຕ່ລະກຸ່ມໂພຊະນາການຊຸມຊົນຈະມີເຮືອນຮົ່ມ 1 ຫຼັງ, ສະມາຊິກທຸກຄົນສາມາດເຂົ້າເຖິງໄດ້. ຜົນຜະລິດຈາກເຮືອນຮົ່ມຈະປະກອບສ່ວນໃນການປຸງແຕ່ງອາຫານຂອງກຸ່ມໂພຊະນາການຊຸມຊົນ. ໃນປີ 2025,