ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ບົດບາດຂອງກຸ່ມໂພຊະນາການໃນການສົ່ງເສີມໂພຊະນາການຂອງແມ່ ແລະ ເດັກ

ກຸ່ມໂພຊະນາການຊຸມຊົນ (ກພຊ) ມີບົດບາດສຳຄັນໃນການເປັນຜູ້ນຳພາ ແລະ ຈັດຕັ້ງປະຕິບັດກິດຈະກຳການປຸງແຕ່ງອາຫານ ເພື່ອປັບປຸງໂພຊະນາການຂອງແມ່ ແລະ ເດັກໃນຊຸມຊົນ ໂດຍມີລາຍລະອຽດດັ່ງນີ້:

  • ການຈັດກອງປະຊຸມສາທິດການປຸງແຕ່ງອາຫານ: ກພຊຈະຈັດກອງປະຊຸມປຸງແຕ່ງອາຫານຢ່າງໜ້ອຍ 2 ຄັ້ງຕໍ່ເດືອນ ເພື່ອຮຽນຮູ້ວິທີການປຸງແຕ່ງອາຫານທີ່ຖືກຕ້ອງຕາມຫຼັກໂພຊະນາການ. ໃນກອງປະຊຸມຈະມີການສາທິດປຸງແຕ່ງອາຫານ 2 ປະເພດ ຄື: ອາຫານສຳລັບແມ່ ແລະ ອາຫານສຳລັບເດັກ ໂດຍນຳໃຊ້ປຶ້ມຄູ່ມືປຸງແຕ່ງອາຫານທີ່ມີສູດອາຫານເໝາະສົມກັບທ້ອງຖິ່ນ.
  • ການຜະລິດອາຫານແປຮູບເພື່ອປະຢັດເວລາ: ກພຊ ຈະເຮັດກິດຈະກຳແປຮູບອາຫານເພື່ອຊ່ວຍໃຫ້ແມ່ທີ່ມີວຽກຫຼາຍສາມາດກຽມອາຫານໃຫ້ລູກໄດ້ໄວຂຶ້ນ. ຕົວຢ່າງອາຫານແປຮູບລວມມີ:
    • ຜົງເຂົ້າ (ເຮັດຈາກເຂົ້າ ແລະ ໝາກຖົ່ວຂຽວ), ເພື່ອນຳມາປຸງແຕ່ງເປັນອາຫານໃຫ້ເດັກໄດ້ພາຍໃນ 15 ນາທີ,
    • ຜົງປາ (ເຮັດຈາກປາແຫ້ງ, ຂຽດ ຫຼື ສັດນ້ຳຂະໜາດນ້ອຍ, ແລະ
    • ຜົງຜັກ (ເຮັດຈາກຜັກໃບຂຽວ) ເພື່ອໃຊ້ເສີມສານອາຫານໃນແຕ່ລະຄາບ.
  • ການສ້າງ “ຄູ່ມືການປຸງແຕ່ງອາຫານທີ່ມີຊີວິດ”: ສະມາຊິກ ກພຊ ຫຼື ທີມສ້າງວີດີໂດຊັ້ໜບ້ານຈະໄດ້ຜະລິດວິດີໂອການປຸງແຕ່ງອາຫານເປັນພາສາຊົນເຜົ່າຂອງຕົນເອງ ເພື່ອແບ່ງປັນຄວາມຮູ້ໃຫ້ແກ່ເພື່ອນສະມາຊິກໃນບ້ານ ແລະ ບ້ານອື່ນໆ ຜ່ານສື່ອອນລາຍ (MMPL).
  • ການຄຸ້ມຄອງອຸປະກອນ ແລະ ທຶນຊ່ວຍເຫຼືອ: ກພຊ ຈະໄດ້ຮັບ ຊຸດອຸປະກອນປຸງແຕ່ງອາຫານ ແລະ ການແປຮູບ (ເຊັ່ນ: ເຄື່ອງບົດຂະໜາດນ້ອຍ ແລະ ຕາໜ່າງຕາກອາຫານ). ນອກຈາກນີ້, ຄະນະກຳມະການກຸ່ມຍັງມີບົດບາດໃນການຄຸ້ມຄອງ ທຶນຊ່ວຍເຫຼືອດ້ານໂພຊະນາການ ເພື່ອຊື້ວັດຖຸດິບໃນການປຸງແຕ່ງອາຫານ.
  • ການເຊື່ອມໂຍງກັບແຫຼ່ງອາຫານໃນຊຸມຊົນ: ກິດຈະກຳປຸງແຕ່ງອາຫານຈະເນັ້ນການນຳໃຊ້ວັດຖຸດິບຈາກ ສວນຄົວໂພຊະນາການ, ນົມແບ້ ທີ່ລ້ຽງໃນບ້ານ ແລະ ອາຫານທີ່ຫາໄດ້ຈາກທຳມະຊາດ ຕາມລະດູການ.
  • ການແບ່ງປັນໃຫ້ຜູ້ທີ່ທຸກຍາກ: ອາຫານແປຮູບ ຫຼື ແປ້ງຜົງທີ່ຜະລິດໄດ້ ຈະຖືກນຳໄປແຈກຢາຍໃຫ້ແກ່ຄອບຄົວທີ່ທຸກຍາກທີ່ສຸດໃນຊຸມຊົນ.

ນອກຈາກການປຸງແຕ່ງອາຫານແລ້ວ, ກອງປະຊຸມເຫຼົ່ານີ້ຍັງເປັນເວທີໃນການແລກປ່ຽນບົດຮຽນ, ການເລົ່າເລື່ອງຄວາມສຳເລັດ ແລະ ການສົ່ງເສີມໃຫ້ ຜົວ/ຜູ້ຊາຍ ເຂົ້າມາມີສ່ວນຮ່ວມໃນການຊ່ວຍເມຍປຸງແຕ່ງອາຫານ ແລະ ເບິ່ງແຍງລູກນຳອີກ.

Scroll to Top