ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ກິດຈະກຳໂພຊະນາການຂອງໂຄງການ ປຊກ

ພາຍໃຕ້ໂຄງການ ປຊກ, ຄູ່ມືການຈັດຕັ້ງປະຕິບັດໂຄງການໄດ້ກຳນົດໃຫ້ວຽກໂພຊະນາການຢູ່ໃນອົງປະກອບທີ 3 ຊຶ່ງປະກອບດ້ວຍ 9 ກິດຈະກຳຫຼັກດັ່ງນີ້:

  1. ການສ້າງຕັ້ງກຸ່ມ, ກອງປະຊຸມ ແລະ ອົບຮົມ (ວິຊາການ ລວມທັງການຄຸ້ມຄອງການເງິນ): ໃນແຕ່ລະບ້ານຂອງບ້ານເປົ້າໝາຍຂອງໂຄງການ ຈະໄດ້ມີການສ້າງຕັ້ງກຸ່ມຂຶ້ນ ໂດຍເອີ້ນວ່າ “ກຸ່ມໂພຊະນາການຊຸມຊົນ” ເອີ້ນຫຍໍ້ວ່າ “ກພຊ” ຊຶ່ງສະມາຊິກກຸ່ມແມ່ນແມ່ຍິງ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ ເອີ້ນວ່າ “ຄອບຄົວ 1.000 ວັນ” ລວມເອົາ ແມ່ຍິງຖືພາ, ແມ່ລູກອ່ອນ (ລູກອາຍຸ 0 – 5 ເດືອນ) ແລະ ເດັກນ້ອຍອາຍຸ  6 – 23 ເດືອນ. ໃນແຕ່ລະກຸ່ມຈະມີຄະນະປຸ່ມ 4 ຄົນ ປະກອບດ້ວຍ: ຫົວໜ້າກຸ່ມ, ຮອງ, ບັນຊີ ແລະ ຜູ້ຮັບຜິດຊອບຄັງເງິນສົດ. ສະມາຊິກກຸ່ມທັງໝົດຈະໄດ້ຮັບການອົບຮົມກ່ຽວກັບຄວາມຮູ້ພື້ນຖານວຽກໂພຊະນາການ, ການແປຮູບ ແລະ ປຸງແຕ່ງອາຫານ, ການຄຸ້ມຄອງການເງິນສຳລັບຄະນະກຸ່ມ ພາຍຫຼັງສ້າງຕັ້ງກຸ່ມສຳເລັດ ກ່ອນທີ່ຈະດຳເນິນກອງປະຊຸມກຸ່ມໂພຊະນາການໃນແຕ່ລະເດືອນ ໂດຍແມ່ນພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານເປັນຜູ້ອົບຮົມໃຫ້.

2. ການແປຮູບອາຫານ: ເນັ້ນໃສ່ການເຮັດຜົງອາຫານ 3 ຢ່າງຄື: ຜົງເຂົ້າ, ຜົງປາ ແລະ ຜົງຜັກ.

    • ຜົງເຂົ້າໄດ້ມາຈາກ ເຂົ້າ ແລະ ຖົ່ວຂຽວ.
    • ຜົງປາໄດ້ມາຈາກ ປານ້ອຍ, ຂຽດ, ກຸ້ງ…
    • ຜົງຜັກໄດ້ມາຈາກຜັກໃບຂຽວ ເຊັ່ນ:​ ຜັກຜັກອີຮຸມ, ຜັກແປ້ງນົວ…

3. ການນຳເອົາອາຫານກັບເມືອກິນຢູ່ເຮືອນຂອງແມ່ຍິງ ແລະ ເດັກນ້ອຍຂາດສານອາຫານ: ເປັນການນຳເອົາຜົງອາຫານທັງ 3  ຢ່າງທີ່ຜະລິດໃນເວລາຈັດກອງປະຊຸມກຸ່ມໂພຊະນາການ ໃນແຕ່ລະເດືອນ (ເດືອນລະເທື່ອ) ກັບເມືອປຸງແຕ່ງອາຫານຢູ່ເຮືອນຕາມສູດອາຫານທີ່ໂຄງການແນະນຳສຳລັບແມ່ຍິງ ແລະ ເດັກນ້ອຍຂາດສານອາຫານ ໂດຍເນັ້ນໃສ່ເດັກນ້ອຍອາຍຸຕ່ຳກວ່າ 2 ປີ.

4. ສວນຄົວໂພຊະນາການ: ສະມາຊິກ ກພຊ ແຕ່ລະຄົນຈະໄດ້ເຮັດສວນຄົວໃນເຮືອນຂອງຕົນຜູ້ລະສວນ ພາຍຫຼັງທີ່ໄດ້ຮັບການອົບຮົມກັບທີ່ກ່ຽວກັບການປູກພືດລະດູແລ້ງ ແລະ ລະດູຝົນ, ການເຮັດຝຸ່ນບົ່ມ, ນ້ຳໝັກຊີວະພາບ ແລະ ຢາຂ້າແມງໄມ້ ຈາກກະສິກອນຕົວແບບທີ່ໄດ້ຮັບການອົບຮົມຈາກສະມາຄົມກະສິກອນລາວ ພ້ອມທັງໄດ້ຮັບແນວພັນພືດທີ່ໂຄງການແນະນຳ 18 ຊະນິດ (ພືດລະດູແລ້ງ 9 ຊະນິດ ແລະ ລະດູຝົນ 9 ຊະນິດ).

5. ເຮືອນຮົ່ມ: ໂຄງການ ປຊກ ໄດ້ສະໜັບສະໜູນເຮືອນຮົ່ມໃຫ້ແກ່ກຸ່ມໂພຊະນາການເພື່ອເປັນສະຖານທີ່ສ່ວນລວມຂອງກຸ່ມສຳລັບປູກພືດຜັກທີ່ໂຄງການແນະນຳ ແນໃສ່ຕອບສະໜອງຜັກໃຫ້ແກ່ ກພຊ ໃນການປຸງແຕ່ງອາຫານໃນກອງປະຊຸມ ກພຊ ແຕ່ລະເທື່ອ ຖ້າຫາກຜົນຜະລິດມີຫຼາຍກໍ່ສາມາດຂາຍໃຫ້ຊາວບ້ານ ຫຼື ເອົາໄປຂາຍໃນຕະຫຼາດທ້ອງຖິ່ນໄດ້. ຄາດວ່າຈະມີ 100 ບ້ານເປົ້າໝາຍຈະໄດ້ຮັບເຮືອນຮົ່ມບ້ານລະ 1 ຫຼັງໃນໄລຍະຈັດຕັ້ງປະຕິບັດໂຄງການນີ້.

6. ການລ້ຽງແບ້ເພື່ອຮີດນົມ: ມີຈຸດປະສົງເພື່ອເຮັດໃຫ້ອາຫານຂອງເດັກນ້ອຍ ອາຍຸ 6 – 23 ເດືອນ ມີຄວາມຫຼາກຫຼາຍໂດຍການເພີ່ມລາຍການອາຫານໃຫມ່ທີ່ມີສ່ວນປະກອບຂອງນົມ ແລະ ເພື່ອນໍາເອົານໍ້ານົມແບ້ໃຫ້ແກ່ກຸ່ມໂພຊະນາການຊຸມຊົນເພື່ອເປັນສ່ວນປະສົມໃນສູດອາຫານ. ມີການຄັດເລືອກເອົາກະສິກອນຜູ້ທີ່ແບ້ຢູ່ແລ້ວ ແລະ ສະໝັກໃຈເຂົ້າຮ່ວມໂຄງການ ໄປຮັບການອົບຮົມກ່ຽວກັບການລ້ຽງແບ້, ການຮີດນົມ, ການໝັກໃບມັນຕົ້ນ ຢູ່ທີ່ຟາມຄວາຍນາຊາວ ແຂວງຫຼວງພະບາງ ເພື່ອກັບມາປະຕິບັດຢູ່ບ້ານຂອງຕົນເອງ.

7. ການອົບຮົມເຈົ້າຂອງຮ້ານຂາຍຍ່ອຍໃນບ້ານ: ເຈົ້າຂອງຮ້ານຂາຍຍ່ອຍທີ່ມີໃນແຕ່ລະບ້ານຈະຖືກຄັດເລືອກໃຫ້ເຂົ້າຮັບການອົບຮົມກ່ຽວກັບການປຸງແຕ່ງອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການເພື່ອຂາຍ, ຜົນກະທົບຂອງອາຫານ ຫຼື ຂະໜົມທີ່ບໍ່ມີຄຸນຄ່າທາງໂພຊະນາການຕໍ່ສຸຂະພາບ ແລະ ການພິຈາລະນາໃນການນຳສິນຄ້າປະເພດອາຫານ ແລະ ເຄື່ອງດື່ມເຂົ້າມາຂາຍໃນຮ້ານຂອງຕົນ.

8. ການອົບຮົມ ອາຫານຈາກປ່າ: ສະມາຊິກ ກພຊ ຈະໄດ້ຮັບການອົບຮົມການນຳໃຊ້ວັດຖຸດິບທີ່ໄດ້ຈາກປ່າມາປຸງແຕ່ງອາຫານ ແລະ ອາຫານຫວ່າງ ໃນກໍລະນີທີ່ບໍ່ມີວັດຖຸດິບ ຫຼື ບໍ່ສາມາດຊື້ໄດ້.

9. ການປ່ຽນແປງພຶດຕິກຳທາງສັງຄົມ (ການຮຽນຮູ້ແບບເພື່ອນສອນເພື່ອຜ່ານສື່, ການຢ້ຽມຢາມເຮືອນຄົວ ແລະ ສວນຄົວ, ການເລົ່າເລື່ອງ ແລະ ກອງປະຊຸມໂພຊະນາການຊຸມຊົນ): ທັງໝົດຂອງກິດຈະກຳການປ່ຽນແປງພຶດຕິກຳທາງສັງຄົມແມ່ນເພື່ອສ້າງຊ່ອງທາງໃຫ້ແກ່ສະມາຊິກ ກພຊ ໄດ້ເຮັດການແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບກິດຈະກຳໂພຊະນາການທັງໝົດ ລະຫວ່າງສະມາຊິກດ້ວຍກັນຜ່ານການເລົ່າເລື່ອງໃນກອງປະຊຸມ ກພຊ ປະຈຳເດືອນ, ລະຫວ່າງສະມາຊິກ ກພຊ ກັບຊາວບ້ານໃນບ້ານຜ່ານກອງປະຊຸມໂພຊະນາການຊຸມຊົນ, ການແລກປ່ຽນເປັນລາຍບຸກຄົນຜ່ານການຢ້ຽມຢາວເຮືອນຄົວ ແລະ ຄົວເຮືອນ ແລະ ການແລກປ່ຽນກັບມວນຊົນທົ່ວໄປຜ່ານການສ້າງ ແລະ ເຜີຍແຜ່ວີດີໂອຜ່ານເສັ້ນທາງອອນລາຍ ເຊັ່ນ: ຢູທູບ, ເຟສບຸກ, ຕິກຕັອກ, ວັອດແອັບ…

Scroll to Top