ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ໂພຊະນາການ

ໂພຊະນາການ

ໂພຊະນາການ

ສື່ການຮຽນຮູ້ແບບເພື່ອນສອນເພື່ອນທີ່ເປັນພາສາທ້ອງຖິ່ນຊ່ວຍແມ່ຍິງທີ່ອ່ານບໍ່ອອກໄດ້ແນວໃດ?

ການຮຽນຮູ້ແບບເພື່ອນສອນເພື່ອນຫຼື MMPL (Multi-Media Peer Learning) ເປັນເຄື່ອງມືສຳຄັນທີ່ໂຄງການ ປຊກ ນຳໃຊ້ເພື່ອຊ່ວຍໃຫ້ແມ່ຍິງ, ໂດຍສະເພາະກຸ່ມຊົນເຜົ່າທີ່ອ່ານບໍ່ອອກຂຽນບໍ່ໄດ້, ສາມາດເຂົ້າເຖິງຂໍ້ມູນ ແລະ ຮຽນຮູ້ໄດ້ຢ່າງມີປະສິດທິພາບ ໂດຍມີລາຍລະອຽດດັ່ງນີ້: ການນຳໃຊ້ສື່ພາບ ແລະ ສຽງ ແທນການຂຽນ: ໂຄງການເນັ້ນການນຳໃຊ້ຮູບພາບ, ວິດີໂອ ແລະ ການບັນທຶກສຽງ ເພື່ອແບ່ງປັນຄວາມຮູ້. ວິທີນີ້ຊ່ວຍໃຫ້ຜູ້ທີ່ບໍ່ຮູ້ໜັງສືສາມາດເຫັນພາບຂັ້ນຕອນການປະຕິບັດຕົວຈິງ ແລະ ເຂົ້າໃຈເນື້ອຫາໄດ້ໂດຍບໍ່ຕ້ອງອາໄສການອ່ານ. ການນຳໃຊ້ພາສາທ້ອງຖິ່ນ ຫຼື ພາສາຊົນເຜົ່າ: ວິດີໂອ ແລະ ສື່ຕ່າງໆ ຈະຖືກສ້າງຂຶ້ນໂດຍຄົນໃນຊຸມຊົນເອງ ແລະ ນຳໃຊ້ພາສາທ້ອງຖິ່ນຂອງເຂົາເຈົ້າ. ການທີ່ຂໍ້ມູນຖືກນຳສະເໜີເປັນພາສາທີ່ເຂົາເຈົ້າໃຊ້ປະຈຳວັນ ຊ່ວຍໃຫ້ແມ່ຍິງເຂົ້າໃຈໄດ້ເລິກເຊິ່ງ, ສາມາດຕັ້ງຄຳຖາມ ແລະ ໃຫ້ຄຳຄິດເຫັນໄດ້ຢ່າງໝັ້ນໃຈ. ການຮຽນຮູ້ຜ່ານການສາທິດ: ແມ່ຍິງໃນກຸ່ມໂພຊະນາການຊຸມຊົນ (ກພຊ) ຈະໄດ້ບັນທຶກວິດີໂອການປຸງແຕ່ງອາຫານຕົວຈິງ ເຊິ່ງປຽບເໝືອນ “ຄູ່ມືການປຸງແຕ່ງອາຫານທີ່ມີຊີວິດ“ . ເຂົາເຈົ້າສາມາດເບິ່ງວິດີໂອເຫຼົ່ານີ້ຜ່ານແທັບເລັດ ຫຼື ເຄື່ອງສາຍ (Projector) ທີ່ໂຄງການສະໜອງໃຫ້ ເພື່ອຮຽນຮູ້ວິທີເຮັດອາຫານເສີມໃຫ້ເດັກ ຫຼື ການຖະໜອມອາຫານ. ການແລກປ່ຽນປະສົບການລະຫວ່າງເພື່ອນ: […]

ໂພຊະນາການ

ແນວທາງ “ພໍ່ກໍ່ເຮັດໄດ້”: ຊ່ວຍຫຼຸດຜ່ອນວຽກຂອງເມຍໄດ້ແນວໃດ?

ແນວທາງ “ພໍ່ກໍ່ເຮັດໄດ້” (Dads can do that) ແມ່ນສ່ວນໜຶ່ງຂອງຍຸດທະສາດການສື່ສານເພື່ອການປ່ຽນແປງພຶດຕິກຳ (SBCC) ຂອງໂຄງການ ປຊກ ທີ່ເນັ້ນໃສ່ການໃຫ້ຜົວ ຫຼື ຜູ້ຊາຍມີສ່ວນຮ່ວມຢ່າງເປັນຮູບປະທຳ ເພື່ອສະໜັບສະໜູນແມ່ ແລະ ເດັກໃນໄລຍະ 1,000 ວັນທຳອິດຂອງຊີວິດ. ກິດຈະກຳທີ່ເປັນຮູບປະທຳສຳລັບພໍ່ ຫຼື ຜູ້ຊາຍ ມີດັ່ງນີ້: ການແບ່ງເບົາວຽກງານພາຍໃນເຮືອນ ແລະ ກະສິກຳ: ຊ່ວຍວຽກບ້ານ ແລະ ວຽກໄຮ່ນາຮົ້ວສວນ ເພື່ອຫຼຸດຜ່ອນພາລະວຽກງານຂອງເມຍທີ່ກຳລັງຖືພາ ຫຼື ແມ່ທີ່ມີລູກນ້ອຍ. ວິທີນີ້ຊ່ວຍໃຫ້ແມ່ມີເວລາພັກຜ່ອນຫຼາຍຂຶ້ນ ແລະ ມີເວລາເບິ່ງແຍງສຸຂະພາບຂອງຕົນເອງ ແລະ ລູກ. ການຈັດຫາ ແລະ ປຸງແຕ່ງອາຫານ: ຜູ້ຊາຍສາມາດຊ່ວຍຊອກຫາ ຫຼື ຊື້ວັດຖຸດິບທີ່ມີຄຸນຄ່າທາງໂພຊະນາການ ແລະ ມີຄວາມຫຼາກຫຼາຍມາໃຫ້ຄອບຄົວ. ນອກຈາກນີ້, ພໍ່ຍັງສາມາດ ເຂົ້າຮ່ວມກຸ່ມປຸງແຕ່ງອາຫານ ຫຼື ຮັບການຝຶກອົບຮົມກ່ຽວກັບການປຸງແຕ່ງອາຫານທີ່ມີຄຸນປະໂຫຍດໃຫ້ແກ່ເດັກນ້ອຍ. ການຜະລິດອາຫານໃນຄອບຄົວ: ເຂົ້າຮ່ວມໃນການເຮັດ ສວນຄົວໂພຊະນາການ, ການສ້າງຮົ້ວປ້ອງກັນສັດ ຫຼື ການລ້ຽງສັດ

ໂພຊະນາການ

ຜົວ ຫຼື ຜູ້ຊາຍ ສາມາດຊ່ວຍວຽກກຸ່ມໂພຊະນາການຊຸມຊົນ (ກພຊ) ໄດ້ແນວໃດ?

ເຖິງວ່າກຸ່ມໂພຊະນາການຊຸມຊົນ (ກພຊ) ຈະເນັ້ນໃສ່ກຸ່ມແມ່ຍິງ (ແມ່ຍິງຖືພາ ແລະ ແມ່ທີ່ມີລູກອາຍຸຕ່ຳກວ່າ 2 ປີ) ເປັນຫຼັກ, ແຕ່ ຜົວ ຫຼື ຜູ້ຊາຍ ກໍ່ມີບົດບາດສຳຄັນໃນການສະໜັບສະໜູນ ແລະ ສາມາດຊ່ວຍວຽກໃນກຸ່ມໄດ້ໃນຫຼາຍດ້ານ ດັ່ງນີ້: ການແບ່ງເບົາພາລະວຽກງານ: ຜູ້ຊາຍຖືກຊຸກຍູ້ໃຫ້ຊ່ວຍວຽກບ້ານ ແລະ ວຽກກະສິກຳ ເພື່ອໃຫ້ເມຍທີ່ຖືພາ ຫຼື ແມ່ທີ່ມີລູກນ້ອຍໄດ້ມີເວລາພັກຜ່ອນຫຼາຍຂຶ້ນ ແລະ ມີເວລາໃນການເບິ່ງແຍງໂພຊະນາການຂອງຕົນເອງ ແລະ ລູກ. ການຈັດຫາ ແລະ ປຸງແຕ່ງອາຫານ: ຜົວ ຫຼື ຜູ້ຊາຍສາມາດຊ່ວຍໃນການຊອກຫາ ຫຼື ຊື້ວັດຖຸດິບທີ່ມີຄຸນຄ່າທາງໂພຊະນາການມາໃຫ້ຄອບຄົວ. ນອກຈາກນີ້, ຜູ້ຊາຍຍັງສາມາດເຂົ້າຮ່ວມ ການຝຶກອົບຮົມການປຸງແຕ່ງອາຫານ ຫຼື ຮ່ວມກິດຈະກຳສາທິດການປຸງແຕ່ງອາຫານຂອງກຸ່ມ ເພື່ອໃຫ້ມີຄວາມຮູ້ໃນການເຮັດອາຫານໃຫ້ເດັກ. ການເຂົ້າຮ່ວມກິດຈະກຳສື່ສານ ແລະ ການຮຽນຮູ້: ໂຄງການມີກິດຈະກຳ SBCC ທີ່ເນັ້ນໃສ່ກຸ່ມຜົວໂດຍສະເພາະ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບໂພຊະນາການ ແລະ ບົດບາດຍິງ-ຊາຍ. ຜູ້ຊາຍສາມາດເຂົ້າຮ່ວມກອງປະຊຸມຊຸມຊົນເພື່ອປຶກສາຫາລືກ່ຽວກັບແນວທາງ “ພໍ່ກໍ່ເຮັດໄດ້” (Dads can

ໂພຊະນາການ

ບົດບາດຂອງກຸ່ມໂພຊະນາການໃນການສົ່ງເສີມໂພຊະນາການຂອງແມ່ ແລະ ເດັກ

ກຸ່ມໂພຊະນາການຊຸມຊົນ (ກພຊ) ມີບົດບາດສຳຄັນໃນການເປັນຜູ້ນຳພາ ແລະ ຈັດຕັ້ງປະຕິບັດກິດຈະກຳການປຸງແຕ່ງອາຫານ ເພື່ອປັບປຸງໂພຊະນາການຂອງແມ່ ແລະ ເດັກໃນຊຸມຊົນ ໂດຍມີລາຍລະອຽດດັ່ງນີ້: ການຈັດກອງປະຊຸມສາທິດການປຸງແຕ່ງອາຫານ: ກພຊຈະຈັດກອງປະຊຸມປຸງແຕ່ງອາຫານຢ່າງໜ້ອຍ 2 ຄັ້ງຕໍ່ເດືອນ ເພື່ອຮຽນຮູ້ວິທີການປຸງແຕ່ງອາຫານທີ່ຖືກຕ້ອງຕາມຫຼັກໂພຊະນາການ. ໃນກອງປະຊຸມຈະມີການສາທິດປຸງແຕ່ງອາຫານ 2 ປະເພດ ຄື: ອາຫານສຳລັບແມ່ ແລະ ອາຫານສຳລັບເດັກ ໂດຍນຳໃຊ້ປຶ້ມຄູ່ມືປຸງແຕ່ງອາຫານທີ່ມີສູດອາຫານເໝາະສົມກັບທ້ອງຖິ່ນ. ການຜະລິດອາຫານແປຮູບເພື່ອປະຢັດເວລາ: ກພຊ ຈະເຮັດກິດຈະກຳແປຮູບອາຫານເພື່ອຊ່ວຍໃຫ້ແມ່ທີ່ມີວຽກຫຼາຍສາມາດກຽມອາຫານໃຫ້ລູກໄດ້ໄວຂຶ້ນ. ຕົວຢ່າງອາຫານແປຮູບລວມມີ: ຜົງເຂົ້າ (ເຮັດຈາກເຂົ້າ ແລະ ໝາກຖົ່ວຂຽວ), ເພື່ອນຳມາປຸງແຕ່ງເປັນອາຫານໃຫ້ເດັກໄດ້ພາຍໃນ 15 ນາທີ, ຜົງປາ (ເຮັດຈາກປາແຫ້ງ, ຂຽດ ຫຼື ສັດນ້ຳຂະໜາດນ້ອຍ, ແລະ ຜົງຜັກ (ເຮັດຈາກຜັກໃບຂຽວ) ເພື່ອໃຊ້ເສີມສານອາຫານໃນແຕ່ລະຄາບ. ການສ້າງ “ຄູ່ມືການປຸງແຕ່ງອາຫານທີ່ມີຊີວິດ”: ສະມາຊິກ ກພຊ ຫຼື ທີມສ້າງວີດີໂດຊັ້ໜບ້ານຈະໄດ້ຜະລິດວິດີໂອການປຸງແຕ່ງອາຫານເປັນພາສາຊົນເຜົ່າຂອງຕົນເອງ ເພື່ອແບ່ງປັນຄວາມຮູ້ໃຫ້ແກ່ເພື່ອນສະມາຊິກໃນບ້ານ ແລະ ບ້ານອື່ນໆ ຜ່ານສື່ອອນລາຍ (MMPL). ການຄຸ້ມຄອງອຸປະກອນ ແລະ

ໂພຊະນາການ

ແນວທາງການສົ່ງເສີມໂພຊະນາການ ແລະ ສຸຂະພາບຂອງຊຸມຊົນແບບຍືນຍົງຂອງໂຄງການ ປຊກ

ໂຄງການ ປຊກ ມີແນວທາງໃນການສົ່ງເສີມໂພຊະນາການຢ່າງເປັນລະບົບ ໂດຍເນັ້ນໃສ່ການປ່ຽນແປງພຶດຕິກຳ ແລະ ການເຂົ້າເຖິງອາຫານທີ່ມີຄຸນຄ່າທາງໂພຊະນາການ ເຊິ່ງມີລາຍລະອຽດດັ່ງນີ້: ການຈັດຕັ້ງກຸ່ມໂພຊະນາການຊຸມຊົນ (ກພຊ): ໂຄງການຈະສ້າງຕັ້ງ ກຸ່ມໂພຊະນາການຊຸມຊົນ ໃນແຕ່ລະບ້ານເປົ້າໝາຍ ໂດຍເນັ້ນໃສ່ກຸ່ມແມ່ ແລະ ຜູ້ເບິ່ງແຍງເດັກ ທີ່ມີເດັກນ້ອຍອາຍຸຕ່ຳກວ່າ 2 ປີ. ກຸ່ມນີ້ຈະເປັນເວທີໃນການຮຽນຮູ້ ແລະ ແລກປ່ຽນປະສົບການກ່ຽວກັບການປຸງແຕ່ງອາຫານ ແລະ ການສ້າງສຸຂະອະນາໄມທີ່ດີ. ກິດຈະກຳການສື່ສານເພື່ອການປ່ຽນແປງພຶດຕິກຳທາງສັງຄົມ (SBCC): ນຳໃຊ້ເຕັກນິກການສື່ສານແບບມີສ່ວນຮ່ວມ ເພື່ອໃຫ້ເກີດການປ່ຽນແປງຄວາມຮູ້ ແລະ ການປະຕິບັດຕົວຈິງ. ມີການນຳໃຊ້ ການຮຽນຮູ້ແບບເພື່ອສອນເພື່ອຜ່ານສື່ (MMPL) ເຊັ່ນ: ການສ້າງວິດີໂອການສາທິດການປຸງແຕ່ງອາຫານເປັນພາສາທ້ອງຖິ່ນ ຫຼື ພາສາຊົນເຜົ່າ ເພື່ອໃຫ້ຜູ້ທີ່ອ່ານບໍ່ອອກຂຽນບໍ່ໄດ້ສາມາດເຂົ້າໃຈ ແລະ ນຳໄປປະຕິບັດໄດ້. ການເພີ່ມການຜະລິດ ແລະ ຄວາມຫຼາກຫຼາຍຂອງອາຫານ: ສວນຄົວໂພຊະນາການ: ສົ່ງເສີມການປູກພືດຜັກທີ່ໃຫ້ທາດບຳລຸງສູງ ແລະ ບໍ່ນຳໃຊ້ສານເຄມີ. ການລ້ຽງສັດ ແລະ ນົມແບ້: ສົ່ງເສີມການລ້ຽງແບ້ເພື່ອເອົານົມ ແລະ ການລ້ຽງສັດນ້ອຍ ເພື່ອເປັນແຫຼ່ງໂປຣຕີນໃຫ້ແກ່ຄອບຄົວ. ການປຸງແຕ່ງອາຫານ: ສາທິດການປຸງແຕ່ງອາຫານ

ໂພຊະນາການ

ການຮຽນຮູ້ແບບເພື່ອນສອນເພື່ອນຜ່ານສື່ – ການຜະລິດສື່ສ້າງສັນເພື່ອໂພຊະນາການ ແລະ ການຮຽນຮູ້ໃນຊຸມຊົນ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ (ປຊກ) ຖືກອອກແບບພາຍໃຕ້ແນວຄວາມຄິດການພັດທະນາໂດຍຊຸມຊົນເປັນເຈົ້າການ ເພື່ອແກ້ໄຂບັນຫາຄວາມທຸກຍາກ ແລະ ສົ່ງເສີມໂພຊະນາການໃນ 7 ແຂວງເປົ້າໝາຍຂອງ ສປປ ລາວ. ການນຳໃຊ້ວິທີການ ການຮຽນຮູ້ແບບເພື່ອນສອນເພື່ອນຜ່ານສື່ ບໍ່ແມ່ນພຽງແຕ່ການຜະລິດສື່ວິດີໂອທົ່ວໄປ, ແຕ່ແມ່ນການຈັດວາງຍຸດທະສາດການສື່ສານເພື່ອການປ່ຽນແປງພຶດຕິກຳ ທີ່ຊ່ວຍທຳລາຍກຳແພງທາງວັດທະນະທຳ ແລະ ສ້າງຄວາມເຊື່ອໝັ້ນຜ່ານ “ສຽງຈາກຊຸມຊົນເອງ”. ຍຸດທະສາດ ການຮຽນຮູ້ແບບເພື່ອນສອນເພື່ອນຜ່ານສື່ ນີ້ ມີຄວາມເຊື່ອມໂຍງໂດຍກົງກັບຈຸດປະສົງຂອງໂຄງການ ໂດຍສະເພາະ ຕົວຊີ້ວັດທີ 4: ການເພີ່ມອັດຕາເດັກອາຍຸ 6-23 ເດືອນ ໃຫ້ໄດ້ບໍລິໂພກອາຫານຢ່າງໜ້ອຍ 5 ໃນ 8 ກຸ່ມອາຫານທີ່ກຳນົດໄວ້. ໂດຍເນັ້ນໃສ່ “ຊ່ວງເວລາ 1,000 ວັນທຳອິດຂອງຊີວິດ”, ການຮຽນຮູ້ແບບເພື່ອນສອນເພື່ອນຜ່ານສື່ຈະເຮັດໜ້າທີ່ເປັນກົນໄກຫຼັກໃນການຖ່າຍທອດຄວາມຮູ້ດ້ານເຕັກນິກ ເຊັ່ນ: ການປຸງແຕ່ງອາຫານເສີມ (ຈາຫຜົງແາຫານຕ່າງໆ) ແລະ ການສ້າງສວນຄົວໂພຊະນາການ ໃຫ້ກາຍເປັນເລື່ອງລາວທີ່ປະຕິບັດໄດ້ຈິງໃນບໍລິບົດຂອງບ້ານ. ກຸ່ມເປົ້າໝາຍ ແລະ ຜູ້ມີສ່ວນຮ່ວມ ການກຳນົດກຸ່ມເປົ້າໝາຍໃນວຽກງານການສື່ສານເພື່ອການປ່ຽນແປງພຶດຕິກຳ ຕ້ອງຄຳນຶງເຖິງ “ຜູ້ມີອິດທິພົນຕໍ່ການຕັດສິນໃຈ” ເພື່ອຮັບປະກັນວ່າຂໍ້ຄວາມທາງໂພຊະນາການຈະນຳໄປສູ່ການປ່ຽນແປງພຶດຕິກຳໃນລະດັບຄົວເຮືອນຢ່າງແທ້ຈິງ. ລະດັບກຸ່ມເປົ້າໝາຍ ກຸ່ມເປົ້າໝາຍ

ໂພຊະນາການ

ແນວທາງການປະຕິບັດວຽກໂພຊະນາການ ກ່ອນຈະສິ້ນສຸດໂຄງການໃນບ້ານຊຸດທີ 1

ເປັນຫຍັງຈື່ງຕ້ອງມີແນວທາງການດຳເນີນງານ? ເນື່ອງຈາກໂຄງການ ປຊກ ໄດ້ເລີ່ມຂະຫຍາຍໄປສູ່ບ້ານເປົ້າໝາຍ ຊຸດທີ 2 ຈຳນວນ 220 ບ້ານ, ທີມງານພາກສະໜາມຈຶ່ງມີວຽກຫຼາຍຂື້ນ ຊຶ່ງຈຳເປັນຕ້ອງມີການຈັດແບ່ງເວລາໃນການເຄື່ອນໄຫວວຽກງານທັງໃນບ້ານຊຸດທີ I ແລະ ຊຸດທີ II ໂດຍມີທັງກິດຈະກຳໂພຊະນາການ ແລະ ການສ້າງແຜນພັດທະນາບ້ານ. ແນວທາງການດຳເນີນງານນີ້ຈະຊ່ວຍໃຫ້ສາມາດກຳນົດແຜນການເຮັດວຽໄດ້ດີຂຶ້ນ ແລະ ເປັນແນວທາງໃຫ້ຮູ້ວ່າ ບ້ານໃດທີ່ຍັງຕ້ອງການຄວາມຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ບ້ານໃດທີ່ສາມາດປ່ອຍໃຫ້ດຳເນີນການດ້ວຍຕົນເອງ. ຈຸດປະສົງ: ເພື່ອສ້າງແຜນວຽກພາກສະໜາມ ແລະ ແຜນງົບປະມານປະຈຳເດືອນຕາມຄວາມຕ້ອງການຂອງຊຸມຊົນ ສຳລັບການສິ້ນສຸດໂຄງການໃນບ້ານຊຸດທີ 1 ແລະ ການມອບໂຄງການໃຫ້ແກ່ຊຸມຊົນ. ຜົນໄດ້ຮັບ: ພະນັກງານໂພຊະນາການຂັ້ນບ້ານ ລາຍງານຄວາມຄືບໜ້າ ແລະ ຄວາມພ້ອມໃນການສິ້ນສຸດໂຄງການປະຈຳເດືອນ ໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ທີມງານໂພຊະນາການຂັ້ນສູນກາງ. ແນວທາງການຈັດຕັ້ງປະຕິບັດວຽກໂພຊະນາການ ຂັ້ນຕອນການປ່ຽນແປງພຶດຕິກຳຂອງສະມາຊິກ ກພຊ ປະກອບດ້ວຍ 4 ຂັ້ນຕອນທີ່ອະທິບາຍໄວ້ໃນຮູບຂ້າງເທິງ. ເສັ້ນທາງນີ້ປະກອບດ້ວຍການປະຕິບັດ ແລະ ການປ່ຽນແປງທາງສັງຄົມດັ່ງນີ້: ສະມາຊິກ ກພຊ ສາມາດດຳເນີນກອງປະຊຸມ ກພຊ ດ້ວຍຕົນເອງໄດ້. ສະມາຊິກ

ໂພຊະນາການ

ການແປຮູບ ແລະ ປຸງແຕ່ງອາຫານ

ອາຫານມີຄວາມສຳຄັນ ແລະ ຈຳເປັນ ແລະ ຕ້ອງການໃຫ້ພຽງພໍສຳລັບແມ່ຍິງຖືພາ, ແມ່ທີກຳລັງລ້ຽງລູກດ້ວຍນົມ, ເພື່ອໃຫ້ໄດ້ສານອາຫານຫຼາຍຂຶ້ນ ມີສຸຂະພາບແຂງແຮງ ແລະ ການພັດທະນາຂອງລູກໃນ 1,000 ວັນຂອງຊີວິດ. ທາດອາຫານແມ່ນມາຈາກການກິນອາຫານທີ່ພຽງພໍ ແລະ ສົມດຸນ. ໂຄງການ ປຊກ ສະໜອງປຶ້ມປຸງແຕ່ງອາຫານໃຫ້ແກ່ກຸ່ມໂພຊະນາການຊຸມຊົນໃນແຕ່ລະບ້ານເປົ້າໝາຍ. ການແປຮູບອາຫານ ໂຄງການ ປຊກ ນຳສະເໜີການແປຮູບອາຫານໃນ 3 ປະເພດຄື: ຜົງເຂົ້າ: ເຮັດຈາກເຂົ້າ ແລະ ໝາກຖົ່ວ. ຜົງປາ: ເຮັດຈາກປາແຫ້ງ ຫຼື ສັດນ້ຳອື່ນໆ. ຜົງຜັກ: ເຮັດຈາກໃບຜັກຂຽວແຫ້ງ. ໃນປີ 2025 , ກຸ່ມໂພຊະນາການຊຸມຊົນ 321 ກຸ່ມ ສາມາດຜະລິດຜົງອາຫານໄດ້ທັງໝົດ 15.409 Kg ການປຸງແຕ່ງອາຫານ ໃນ​ລະ​ຫວ່າງ​ການ​ຝຶກ​ອົບ​ຮົມ ກພຊ ຈະ​ໄດ້​ຮັບຊຸດ​ອຸປະກອນປຸງ​ແຕ່ງ​ອາ​ຫານ​ ແລະ ​ເຄື່ອງບົດ, ໂດຍການຈັດຊື້​ໂດຍ ປຊກ. ຊຸດແຕ່ງກິນ ແລະ ເຄື່ອງບົດປະກອບເຊັ່ນ: ຊຸດຈານ

ໂພຊະນາການ

ອົບຮົມຄືນວຽກໂພຊະນາການໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ

ໃນລະຫວ່າງວັນທີ 31 ເດືອນມີນາ – 02 ເມສາ 2026 ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ໄດ້ຈັດການອົບຮົມຄືນວຽກງານໂພຊະນາການໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ ຂອງ 14 ເມືອງເປົ້າໝາຍ ຢູ່ທີ່ຫ້ອງປະຊຸມສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນສີ ນັນທະພອນ ຮອງຜູ້ອຳນວຍການໂຄງການ ປຊກ ມີຜູ້ເຂົ້າຮັບການອົບຮົມທັງ 47 ຄົນ (ພະນັກງານໂພຊະນາການຂັ້ນເມືອງ 14 ຄົນ ແລະ ຂັ້ບບ້ານ 33 ຄົນ). ຈຸດປະສົງຂອງການອົບຮົມແມ່ນເພື່ອທົບທວນຄືນບັນດາກິດຈະກຳໂພຊະນາການ ແລະ ການປ່ຽນແປງພຶດຕິກຳ ຊຶ່ງຈະໄດ້ສຸມໃສ່ການຖອດຖອນບົດຮຽນຂອງການຈັດຕັ້ງປະຕິບັດໃນບ້ານຊຸດທີ I ເພື່ອຮັບປະກັນວ່າທຸກກິດຈະກຳໂພຊະນາການໄດ້ຖືກຈັດຕັ້ງປະຕິບັດຢ່າງມີຄຸນນະພາບ ໂດຍປະຕິບັດຕາມຂັ້ນຕອນ ແລະ ວິທີການທີກຳນົດໄວ້ໃນຄູ່ມືການດຳເນີນງານ ເຊັ່ນ: ຂັ້ນຕອນການຈັດກອງປະຊຸມ ກພຊ, ການອົບຮົມເຈົ້າຂອງຮ້ານຂາຍເຄື່ອງຍ່ອຍກ່ຽວກັບອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ, ສວນຄົວໂພຊະນາການ, ການຮຽນຮູ້ແບບເພື່ອນສອນເພື່ອນຜ່ານສື່, ອາຫານປ່າ, ເຮືອນຮົ່ມ, ການລ້ຽງແບ້ເພື່ອຮີດນົມ,

ໂພຊະນາການ

ກິດຈະກຳໂພຊະນາການຂອງໂຄງການ ປຊກ

ພາຍໃຕ້ໂຄງການ ປຊກ, ຄູ່ມືການຈັດຕັ້ງປະຕິບັດໂຄງການໄດ້ກຳນົດໃຫ້ວຽກໂພຊະນາການຢູ່ໃນອົງປະກອບທີ 3 ຊຶ່ງປະກອບດ້ວຍ 9 ກິດຈະກຳຫຼັກດັ່ງນີ້: ການສ້າງຕັ້ງກຸ່ມ, ກອງປະຊຸມ ແລະ ອົບຮົມ (ວິຊາການ ລວມທັງການຄຸ້ມຄອງການເງິນ): ໃນແຕ່ລະບ້ານຂອງບ້ານເປົ້າໝາຍຂອງໂຄງການ ຈະໄດ້ມີການສ້າງຕັ້ງກຸ່ມຂຶ້ນ ໂດຍເອີ້ນວ່າ “ກຸ່ມໂພຊະນາການຊຸມຊົນ” ເອີ້ນຫຍໍ້ວ່າ “ກພຊ” ຊຶ່ງສະມາຊິກກຸ່ມແມ່ນແມ່ຍິງ ແລະ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 2 ປີ ເອີ້ນວ່າ “ຄອບຄົວ 1.000 ວັນ” ລວມເອົາ ແມ່ຍິງຖືພາ, ແມ່ລູກອ່ອນ (ລູກອາຍຸ 0 – 5 ເດືອນ) ແລະ ເດັກນ້ອຍອາຍຸ  6 – 23 ເດືອນ. ໃນແຕ່ລະກຸ່ມຈະມີຄະນະປຸ່ມ 4 ຄົນ ປະກອບດ້ວຍ: ຫົວໜ້າກຸ່ມ, ຮອງ, ບັນຊີ ແລະ ຜູ້ຮັບຜິດຊອບຄັງເງິນສົດ. ສະມາຊິກກຸ່ມທັງໝົດຈະໄດ້ຮັບການອົບຮົມກ່ຽວກັບຄວາມຮູ້ພື້ນຖານວຽກໂພຊະນາການ, ການແປຮູບ ແລະ ປຸງແຕ່ງອາຫານ,

Scroll to Top