ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

Author name: bounmy bounmy

ກິດຈະກຳຕ່າງໆ

ຄະນະຊ່ຽວຊານທະນາຄານໂລກ ສໍາເລັດການຕິດຕາມຊຸກຍູ້ ຄັ້ງທີ 6 ແລະ ການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດວຽກງານໂຄງການ ປຊກ

ຄະນະຊ່ຽວຊານທະນາຄານໂລກ ສໍາເລັດການຕິດຕາມຊຸກຍູ້ ຄັ້ງທີ 6 ແລະ ການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດວຽກງານໂຄງການ ປຊກ ໃນລະຫວ່າງວັນທີ 26 ມັງກອນ ຫາ 06 ກຸມພາ 2026 ຜ່ານມາ, ຄະນະຊ່ຽວຊານທະນາຄານໂລກ ພ້ອມດ້ວຍ ຂະແໜງການປ່ຽນແປງດິນຟ້າອາກາດ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ, ຫ້ອງການຮ່ວມມື ແລະ ກົງສູນ ແຫ່ງ ປະເທດສະວິດເຊີແລນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທີມງານໄດ້ ມາເຄື່ອນໄຫວຕິດຕາມຊຸກຍູ້ ຄັ້ງທີ 6 ແລະ ການປະເມີນຜົນກາງສະໄໝ (MTR) ການຈັດຕັ້ງປະຕິບັດໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ), ຊຶ່ງເປັນໂຄງການທີ່ຢູ່ພາຍໃຕ້ການຄຸ້ມຄອງບໍລິຫານ ຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ.         ຈຸດປະສົງແມ່ນເພື່ອປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດໂຄງການຢ່າງ ຮອບດ້ານ ເປັນຕົ້ນ ການຄຸ້ມຄອງບໍລິຫານ, ການຕິດຕາມ-ປະເມີນຜົນ, ການຄຸ້ມຄອງຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ, ກຸ່ມຊ່ວຍເຫຼືອກັນ, ການກໍ່ສ້າງພື້ນຖານໂຄງລ່າງ

Scroll to Top