ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະທີມງານທະນາຄານໂລກ ເຂົ້າພົບປະ ທ່ານ ປອ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າວັນທີ 26 ພຶດສະພາ 2026, ທ່ານ ປອ ທັດສະກາ ສະພັງທອງ, ຫົວໜ້າກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ ແລະ ທ່ານ ປອ ວົງປະພັນ ມະນີວົງ, ຮັກສາການອຳນວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ນຳພາ ທ່ານ ຄວີມາ ເອັນທາຣາ (Khwima Nthara) ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ (Country Manager) ພ້ອມດ້ວຍຄະນະທີມງານທະນາຄານໂລກ ເຂົ້າພົບປະ ທ່ານ ປອ ຈັນທະຄອນ ບົວລະພັນ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ເພື່ອປຶກສາຫາລື ກ່ຽວກັບ ວຽກບູລິມະສິດຂອງລັດຖະບານ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ສປປ ລາວ ໂດຍສະພາະແມ່ນການຊ່ວຍເຫຼືອຂອງທະນາຄານໂລກ ຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (Poverty […]






