ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

Author name: Sengthavy Sihaphone

ວິສະວະກຳ

ປ່ຽນນ້ຳຂຸ່ນປົນເປື້ອນ ສູ່ນ້ຳລິນສະອາດ!

ສຳເລັດ 100% ອ່າງເກັບນ້ຳໜ້າດິນ ບ້ານປະເຊັຍ ເມືອງນອງ ປົກປ້ອງແຫຼ່ງນ້ຳທຳມະຊາດ ເພື່ອສຸຂະອະນາໄມທີ່ດີຂອງ 2 ໝູ່ບ້ານກວ່າ 100 ຄອບຄົວ ການເຂົ້າເຖິງນ້ຳຊົມໃຊ້ທີ່ສະອາດ ແລະ ປອດໄພໃນລະດູແລ້ງ ພວມກາຍເປັນຈິງ ແລະ ມີຄວາມຍືນຍົງກວ່າເກົ່າ ສຳລັບຊຸມຊົນທ້ອງຖິ່ນ ຢູ່ເມືອງນອງ. ປັດຈຸບັນ, ກິດຈະກຳຍ່ອຍກໍ່ສ້າງອ່າງເກັບນ້ຳໜ້າດິນ (ອ່າງປົກປ້ອງແຫຼ່ງນ້ຳອອກບໍ່) ຢູ່ບ້ານປະເຊັຍ, ເມືອງນອງ, ແຂວງສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນທຶນຈາກ ໂຄງການປັບປຸງ ຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ ຫຼື CLEAR) ໄດ້ສຳເລັດການກໍ່ສ້າງຢ່າງສົມບູນ 100% ແລ້ວ. ປະຫວັດຄວາມເປັນມາ ແລະ ບັນຫາທ້າທາຍ: ແຫຼ່ງນ້ຳຊົມໃຊ້ຫຼັກຂອງຊຸມຊົນແຫ່ງນີ້ ແມ່ນໄດ້ມາຈາກແຫຼ່ງນ້ຳອອກບໍ່ທຳມະຊາດ ທີ່ຕັ້ງຢູ່ຫ່າງຈາກ ບ້ານປະມານ 1 ກິໂລແມັດ. ໃນໄລຍະຜ່ານມາ ໂດຍສະເພາະໃນຊ່ວຍລະດູແລ້ງ, ປະຊາຊົນຈາກ 2 ໝູ່ບ້ານອ້ອມຂ້າງໄດ້ພາກັນມາຕັກ ແລະ ນຳໃຊ້ນ້ຳຈາກບໍ່ແຫ່ງນີ້ ເພື່ອດຳເນີນຊີວິດປະຈຳວັນ ລວມທັງໝົດກວ່າ 100 […]

ວິສະວະກຳ

ຂົວຕໍ່ແຫ່ງຄວາມຫວັງ: ຜົນປະໂຫຍດຂອງການກໍ່ສ້າງຂົວນໍ້າລົ້ນ ບ້ານຫ້ວຍແປເໜືອ

ສິ້ນສຸດການລໍຄອຍ! ຂົວນໍ້າລົ້ນບ້ານຫ້ວຍແປເໜືອ ສ້າງສຳເລັດແລ້ວ ເປີດປະຕູສູ່ໂອກາດໃໝ່, ຊ່ວຍຫຼຸດຕົ້ນທຶນການຂົນສົ່ງ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຊາຍແດນໃຫ້ດີຂຶ້ນຢ່າງຍືນຍົງ.   ບ້ານຫ້ວຍແປເໜືອ ເມືອງຍອດອູ ແຂວງຜົ້ງສາລີ ຕັ້ງຢູ່ທາງຕາເວັນອອກສຽງເໜືອ ຫ່າງຈາກເທດສະບານເມືອງຍອດອຸ 46 ກິໂລແມັດ. ບ້ານແຫ່ງນີ້ສ້າງຕັ້ງຂຶ້ນໃນປີ 2011, ປັດຈຸບັນມີ 57 ຫຼັງຄາເຮືອນ, ປະຊາກອນທັງໝົດ 340 ຄົນ (ຍິງ 178 ຄົນ) ແລະ ມີຄອບຄົວທຸກຍາກ 8 ຄອບຄົວ. ບ້ານຫ້ວຍແປເໜືອ ໄດ້ຮັບທຶນສະໜັບສະໜູນໃນການກໍ່ສ້າງພື້ນຖານໂຄງລ່າງປັບຕົວກັບການປ່ຽນແປງດິນຟ້າອາກາດ ຈາກ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ – CLEAR) ເພື່ອກໍ່ສ້າງຂົວນໍ້າລົ້ນ 1 ແຫ່ງ ໂດຍມີລາຍລະອຽດດັ່ງນີ້: ລາຍລະອຽດເຕັກນິກ ແລະ ງົບປະມານ: • ຂະໜາດ: ກວ້າງ 3.4 ແມັດ, ຍາວ 28 ແມັດ,

ວິສະວະກຳ

“ຊົນລະປະທານນໍ້າລິນ” ແບບທົນທານຕໍ່ດິນຟ້າອາກາດ ເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ນໍ້າໃຊ້.

[ແຂວງຊຽງຂວາງ], ວັນທີ [07/01/2026] – ປະຊາຊົນບ້ານອ່າງ, ເມືອງພູກູດ, ແຂວງຊຽງຂວາງ ໄດ້ເລີ່ມຕົ້ນຂະບວນການພັດທະນາບ້ານຄັ້ງສຳຄັນ ດ້ວຍການລົງມືສ້ອມແປງ ແລະ ກໍ່ສ້າງ “ລະບົບຊົນລະປະທານແບບນໍ້າລິນ” ພາຍໃຕ້ການສະໜັບສະໜູນທຶນຈາກໂຄງການ ປສຊ (CLEAR). ກິດຈະກຳຍ່ອຍນີ້ຖືເປັນແບບຢ່າງຂອງການພັດທະນາທີ່ຊຸມຊົນເປັນເຈົ້າການ ແລະ ມີການອອກແບບທີ່ທັນສະໄໝເພື່ອຮັບມືກັບໄພແລ້ງ. ຄວາມເປັນມາ ແລະ ຄວາມສຳຄັນ: ການສ້ອມແປງລະບົບນໍ້າລິນແຫ່ງນີ້ ຖືກຈັດເປັນ ບູລິມະສິດອັນດັບ 1 ຂອງບ້ານ ແລະ ຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງພູກູດ. ເປົ້າໝາຍຫຼັກແມ່ນເພື່ອແກ້ໄຂບັນຫາການຂາດແຄນນໍ້າສຳລັບການກະສິກຳ ແລະ ນໍ້າໃຊ້ໃນຄົວເຮືອນຂອງປະຊາຊົນ ຈໍານວນ 75 ຫຼັງຄາ (608 ຄົນ, ຍິງ 258 ຄົນ) ໃນ 2 ຄຸ້ມ (ຄຸ້ມອົ້ມ ແລະ ຄູ້ມອ່າງ). ນະວັດຕະກໍາການອອກແບບ ແລະ ເຕັກນິກ: ຈຸດພິເສດຂອງໂຄງການນີ້ ແມ່ນການອອກແບບທາງວິສະວະກຳທີ່ “ປັບຕົວກັບການປ່ຽນແປງດິນຟ້າອາກາດ”: ລະບົບແຍກປະເພດນໍ້າ: ອ່າງເກັບນໍ້າຖືກອອກແບບໃຫ້ແບ່ງຈ່າຍນໍ້າເປັນ 2 ລະບົບຄື:

ວິສະວະກຳ

ພະລັງສາມັກຄີຂອງ 2 ບ້ານຮ່ວມກັນສ້າງຂົວຂ້າມນໍ້າງາ ຍາວ 36 ແມັດ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ໃນປີ 2026 ນີ້ ໄດ້ ໃຫ້ການສະໜັບສະໜູນການກໍ່ສ້າງພື້ນຖານໂຄງລ່າງປັບຕົວກັບການປ່ຽນແປງດິນຟ້າອາກາດຢູ່ 306 ແຫ່ງ ໃນ 230 ບ້ານເປົ້າໝາຍຊຸດທີ 1 ຂອງໂຄງການ. ໜຶ່ງໃນຜົນງານທີ່ພົ້ນເດັ່ນ ແມ່ນການກໍ່ສ້າງຂົວນໍ້າລົ້ນ (Causeway with pipes or ducts) ຂ້າມນໍ້າງາ ເຊິ່ງເປັນການຮ່ວມມື ແລະ ຮ່ວມທຶນກັນສ້າງລະຫວ່າງ ບ້ານຫ້ວຍເລີມ ແລະ ບ້ານປຸ່ງ, ເມືອງງາ ແຂວງອຸດົມໄຊ. ມາຮອດທ້າຍເດືອນພຶດສະພາ 2026 ການກໍ່ສ້າງສໍາເລັດແລ້ວ 90% ຂໍ້ມູນສະເພາະຂອງໂຄງການກໍ່ສ້າງ: ປະເພດໂຄງສ້າງ: ຂົວນໍ້າລົ້ນ ເບຕົງເສີມເຫຼັກ ສະຖານທີ່: ຂ້າມນໍ້າງາ (ເຊື່ອມຕໍ່ ບ້ານປຸ່ງ ແລະ ຫ້ວຍເລີມ) ຄວາມກວ້າງ: 3.5 ແມັດ ຄວາມຍາວ: 36 ແມັດ ຄວາມສາມາດຮັບນໍ້າໜັກ: 5 ໂຕນ

ວິສະວະກຳ

ຂົວອູ່ບ້ານລ້ອງຄານ ເປີດນຳໃຊ້ອີກຄັ້ງ ຢ່າງເປັນທາງການ: ຟື້ນຟູເສັ້ນທາງສາຍສໍາຄັນ, ສ້າງຄວາມປອດໄພ ແລະ ເຊື່ອມຕໍ່ໂອກາດທາງເສດຖະກິດໃຫ້ຊຸມຊົນ.

[ແຂວງຊຽງຂວາງ], ວັນທີ 6 ມັງກອນ 2026 – ຊຸມຊົນບ້ານລ້ອງຄານ, ເມືອງພູກູດ, ແຂວງຊຽງຂວາງ ຕ້ອນຮັບປີໃໝ່ດ້ວຍຮອຍຍິ້ມ ເມື່ອໂຄງການ ປຊກ (CLEAR) ໄດ້ປະກາດຄວາມສຳເລັດໃນການສ້ອມແປງ “ຂົວອູ່ຂ້າມນໍ້າຄານ” ແລະ ເປີດໃຫ້ປະຊາຊົນນຳໃຊ້ໄດ້ຢ່າງເປັນທາງການແລ້ວໃນວັນທີ 5 ມັງກອນ 2026 ທີ່ຜ່ານມາ. ຄວາມເປັນມາ ແລະ ບັນຫາ: ຂົວອູ່ແຫ່ງນີ້ ມີຄວາມຍາວ 100 ແມັດ, ຖືກສ້າງຂຶ້ນມາຕັ້ງແຕ່ປີ 2012. ຕະຫຼອດໄລຍະເວລາຫຼາຍກວ່າ 10 ປີ, ຂົວໄດ້ມີສະພາບຊຸດໂຊມລົງຢ່າງໜັກ ເຊິ່ງສ້າງຄວາມສ່ຽງສູງຕໍ່ຄວາມປອດໄພຂອງຜູ້ສັນຈອນ. ດ້ວຍເຫດນີ້, ຊາວບ້ານຈຶ່ງໄດ້ຕົກລົງເຫັນດີຄັດເລືອກເອົາການສ້ອມແປງຂົວອູ່ ເປັນ ບູລິມະສິດອັນດັບ 1 ໃນແຜນພັດທະນາບ້ານ ເພື່ອສະເໜີຕໍ່ໂຄງການ ປຊກ. ການຈັດຕັ້ງປະຕິບັດ ແລະ ດ້ານເຕັກນິກ: ກິດຈະກຳຍ່ອຍນີ້ ໄດ້ຈັດຕັ້ງປະຕິບັດໃນຮູບແບບ ຈ້າງ ຜູ້ຮັບເໝົາກໍ່ສ້າງ ໂດຍເນັ້ນໃສ່ການຟື້ນຟູພາກສ່ວນທີ່ສຳຄັນ ແລະ ຈຳເປັນທີ່ສຸດຕໍ່ຄວາມປອດໄພຂອງໂຄງສ້າງ ລວມມີ: ປ່ຽນຖ່າຍສາຍກາບຮັບນໍ້າໜັກໃໝ່.

ວິສະວະກຳ

ບັນຫານໍ້າໃຊ້ໃນບ້ານແຄວິງ ໄດ້ຮັບການແກ້ໄຂ

[ແຂວງສະຫວັນນະເຂດ], ວັນທີ 15 ທັນວາ 2025 – ບ້ານແຄວິງ ເປັນບ້ານຊົນເຜົ່າມັງກອງ ທີ່ຍັງປະສົບຄວາມທຸກຍາກ, ຕັ້ງຢູ່ເຂດຈ້າຍພູ ຫ່າງຈາກເທດສະບານເມືອງເຊໂປນພຽງ 12 ກິໂລແມັດ ແຕ່ເສັ້ນທາງເຂົ້າຫາບ້ານຍັງມີຄວາມຫຍຸ້ງຍາກຫຼາຍ. ບ້ານປະກອບມີ 2 ຄຸ້ມ, ມີ 88 ຫຼັງຄາເຮືອນ ແລະ 96 ຄອບຄົວ. ອາຊີບຫຼັກຂອງປະຊາຊົນແມ່ນເຮັດໄຮ່ເຂົ້າ ແລະ ອາຊີບສຳຮອງແມ່ນການປູກແຂມ. ຜ່ານມາ, ຊາວບ້ານຕ້ອງອາໄສນໍ້າບາດານແບບເກົ່າເຊິ່ງມີປະລິມານບໍ່ພຽງພໍຕໍ່ຄວາມຕ້ອງການ, ສ້າງຄວາມລຳບາກໃນການດຳລົງຊີວິດປະຈຳວັນ. ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຊຸມຊົນ, ໂຄງການ ປສຊ ໄດ້ສະໜັບສະໜູນການກໍ່ສ້າງລະບົບນໍ້າປະປາຊຸມຊົນທີ່ໄດ້ມາດຖານປັບຕົວກັບການປ່ຽນແປງດິນຟ້າອາກາດ ໂດຍມີລາຍລະອຽດທາງເຕັກນິກຄື: ການເຈາະນໍ້າບາດານ: ຈໍານວນ 2 ບໍ່, ປະກອບທໍ່ກັນເຈື່ອນຂະໜາດ 150 ມມ ແລະ ທໍ່ປິດຂະໜາດ 100 ມມ. ລະບົບເກັບນໍ້າ: ກໍ່ສ້າງຖັງເກັບນໍ້າ (Tank) ຈໍານວນ 2 ຖັງ, ແຕ່ລະຖັງມີຄວາມສູງ 6 ແມັດ ເພື່ອສ້າງແຮງດັນ.

Scroll to Top