ປ່ຽນນ້ຳຂຸ່ນປົນເປື້ອນ ສູ່ນ້ຳລິນສະອາດ!
ສຳເລັດ 100% ອ່າງເກັບນ້ຳໜ້າດິນ ບ້ານປະເຊັຍ ເມືອງນອງ ປົກປ້ອງແຫຼ່ງນ້ຳທຳມະຊາດ ເພື່ອສຸຂະອະນາໄມທີ່ດີຂອງ 2 ໝູ່ບ້ານກວ່າ 100 ຄອບຄົວ ການເຂົ້າເຖິງນ້ຳຊົມໃຊ້ທີ່ສະອາດ ແລະ ປອດໄພໃນລະດູແລ້ງ ພວມກາຍເປັນຈິງ ແລະ ມີຄວາມຍືນຍົງກວ່າເກົ່າ ສຳລັບຊຸມຊົນທ້ອງຖິ່ນ ຢູ່ເມືອງນອງ. ປັດຈຸບັນ, ກິດຈະກຳຍ່ອຍກໍ່ສ້າງອ່າງເກັບນ້ຳໜ້າດິນ (ອ່າງປົກປ້ອງແຫຼ່ງນ້ຳອອກບໍ່) ຢູ່ບ້ານປະເຊັຍ, ເມືອງນອງ, ແຂວງສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນທຶນຈາກ ໂຄງການປັບປຸງ ຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ ຫຼື CLEAR) ໄດ້ສຳເລັດການກໍ່ສ້າງຢ່າງສົມບູນ 100% ແລ້ວ. ປະຫວັດຄວາມເປັນມາ ແລະ ບັນຫາທ້າທາຍ: ແຫຼ່ງນ້ຳຊົມໃຊ້ຫຼັກຂອງຊຸມຊົນແຫ່ງນີ້ ແມ່ນໄດ້ມາຈາກແຫຼ່ງນ້ຳອອກບໍ່ທຳມະຊາດ ທີ່ຕັ້ງຢູ່ຫ່າງຈາກ ບ້ານປະມານ 1 ກິໂລແມັດ. ໃນໄລຍະຜ່ານມາ ໂດຍສະເພາະໃນຊ່ວຍລະດູແລ້ງ, ປະຊາຊົນຈາກ 2 ໝູ່ບ້ານອ້ອມຂ້າງໄດ້ພາກັນມາຕັກ ແລະ ນຳໃຊ້ນ້ຳຈາກບໍ່ແຫ່ງນີ້ ເພື່ອດຳເນີນຊີວິດປະຈຳວັນ ລວມທັງໝົດກວ່າ 100 […]







