ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ຈຸດປະສົງຂອງກິດຈະກຳສວນຄົວໂພຊະນາການແມ່ນເພື່ອເພື່ອສົ່ງເສີມການຜະລິດພືດທີ່ຫຼາກຫຼາຍ ແລະ ປູກງ່າຍ, ອຸດົມ ສົມບູນດ້ວຍສານອາຫານ ແລະ ທົນທານກັບສະພາບອາກາດ ແລະ ເພື່ອແນະນໍາເຕັກນິກການເຮັດສວນທີ່ໄດ້ຮັບການປັບປຸງ ເຊັ່ນ: ຝຸ່ນບົ່ມ, ປຸ໋ຍຊີວະພາບ, ຢາປາບສັດຕູພືດຊີວະພາບ ລວມທັງເຕັກນິກການຜະລິດແນວພັນ.

ສະມາຊິກກຸ່ມໂພຊະນາການຊຸມຊົນ ໄດ້ເຮັດສວນຄົວໃນເຮືອນຂອງຕົນ ແລະ ໄດ້ປູກພືດທີ່ໂຄງການແນະນຳຢ່າງໜ້ອຍ 3 ຊະນິດຂຶ້ນໄປໄດ້  5.983 ສວນ.

ວຽກສວນຄົວໂພຊະນາການ ແມ່ນກິດຈະກຳໜຶ່ງວຽກໂພຊະນາການພາຍໃຕ້ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ). ໃນປີ 2025 ກິດຈະກຳນີ້ໄດ້ຖືກຈັດຕັ້ງປະຕິບັດໃນ 230 ບ້ານ ໃນ 14 ເມືອງ ຂອງ 7 ແຂວງ ຊຶ່ງເປັນບ້ານເປົ້າໝາຍຊຸຸດທີ I ຂອງໂຄງການ.

ກະສິກອນຕົວແບບດ້ານສວນຄົວຈາກແຕ່ລະບ້ານ ບ້ານລະ 3 ຄົນ ລວມທັງໝົດ 464 ຄົນ ໄດ້ຮັບການອົບຮົມການປູກພືດລະດູແລ້ງ ແລະ ລະດູຝົນ, ການເຮັດປຸຍໝັກ, ປຸຍຊີວະພາບ ແລະ ຢາຂ້າແມງໄມ້ ຈາກສະມາຄົມກະສິກອນລາວ ແລະ ໄດ້ອົບຮົມຕໍ່ໃຫ້ແກ່ສະມາຊິກກຸ່ມໂພຊະນາການຊຸມຊົນໃນແຕ່ລະບ້ານ ພ້ອມທັງແຈກຢາຍແນວພັນພືດລະດູແລ້ງ ແລະ ລະດູຝົນເພື່ອນຳໄປປູກໃນສວນຄົວຂອງແຕ່ລະຄົວເຮືອນ.

Scroll to Top