ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ເຮືອນຮົ່ມ

         ເພື່ອເປັນການສົ່ງເສີມການຜະລິດພືດຜັກທີ່ຫຼາກຫຼາຍຕະຫຼອດທັງປີຊຶ່ງເປັນພືດທີ່ປູກງ່າຍ ອຸດົມໄປດ້ວຍສານອາຫານ ແລະ ທົນຕໍ່ສະພາບອາກາດ ຊຶ່ງພືດຜັກດັ່ງກ່າວສາມາດໃຊ້ເຂົ້າໃນການປຸງແຕ່ງອາຫານຂອງກຸ່ມໂພຊະນາການຊຸມຊົນ. ພາຍໃຕ້ກິດຈະກຳໂພຊະນາການ ຂອງໂຄງການ ປຊກ ຈຶ່ງໄດ້ສະໜອງເຮືອນຮົ່ມໃຫ້ແກ່ກຸ່ມໂພຊະການຊຸມຊົນໃນບ້ານເປົ້າໝາຍຂອງໂຄງການ ຄາດຄະເນວ່າແຕ່ລະກຸ່ມໂພຊະນາການຊຸມຊົນຈະມີເຮືອນຮົ່ມ 1 ຫຼັງ, ສະມາຊິກທຸກຄົນສາມາດເຂົ້າເຖິງໄດ້. ຜົນຜະລິດຈາກເຮືອນຮົ່ມຈະປະກອບສ່ວນໃນການປຸງແຕ່ງອາຫານຂອງກຸ່ມໂພຊະນາການຊຸມຊົນ.

          ໃນປີ 2025, ສຳເລັດການສ້າງເຮືອນຮົ່ມ 50 ຫຼັງ ໃນ 50 ບ້ານ ແລະ ມອບໃຫ້ກຸ່ມໂພຊະນາການຊຸມຊົນໃນບ້ານດັ່ງກ່າວເປັນຜູ້ດຳເນີນການປູກພືດຕາມທີ່ໂຄງການແນະນຳ.

          ສະມາຊິກກຸ່ມໂພຊະນາການຊຸມຊົນ ວາງແຜນປູກພືດໃນເຮືອນຮົ່ມເພື່ອຮັບປະກັນການສະໜອງພືດຜັກໃນການປຸງແຕ່ງອາຫານເວລາຈັດກອງປະຊຸມກຸ່ມ ຫຼື ຂາຍເພື່ອເອົາເງິນມາສະໜັບສະໜູນການຈັດກອງປະຊຸມກຸ່ມໃນແຕ່ລະເດືອນ.

Scroll to Top