- ອາຫານມີຄວາມສຳຄັນ ແລະ ຈຳເປັນ ແລະ ຕ້ອງການໃຫ້ພຽງພໍສຳລັບແມ່ຍິງຖືພາ, ແມ່ທີກຳລັງລ້ຽງລູກດ້ວຍນົມ, ເພື່ອໃຫ້ໄດ້ສານອາຫານຫຼາຍຂຶ້ນ ມີສຸຂະພາບແຂງແຮງ ແລະ ການພັດທະນາຂອງລູກໃນ 1,000 ວັນຂອງຊີວິດ.
- ທາດອາຫານແມ່ນມາຈາກການກິນອາຫານທີ່ພຽງພໍ ແລະ ສົມດຸນ. ໂຄງການ ປຊກ ສະໜອງປຶ້ມປຸງແຕ່ງອາຫານໃຫ້ແກ່ກຸ່ມໂພຊະນາການຊຸມຊົນໃນແຕ່ລະບ້ານເປົ້າໝາຍ.
ການແປຮູບອາຫານ
ໂຄງການ ປຊກ ນຳສະເໜີການແປຮູບອາຫານໃນ 3 ປະເພດຄື:
- ຜົງເຂົ້າ: ເຮັດຈາກເຂົ້າ ແລະ ໝາກຖົ່ວ.
- ຜົງປາ: ເຮັດຈາກປາແຫ້ງ ຫຼື ສັດນ້ຳອື່ນໆ.
- ຜົງຜັກ: ເຮັດຈາກໃບຜັກຂຽວແຫ້ງ.
ໃນປີ 2025 , ກຸ່ມໂພຊະນາການຊຸມຊົນ 321 ກຸ່ມ ສາມາດຜະລິດຜົງອາຫານໄດ້ທັງໝົດ 15.409 Kg
ການປຸງແຕ່ງອາຫານ
- ໃນລະຫວ່າງການຝຶກອົບຮົມ ກພຊ ຈະໄດ້ຮັບຊຸດອຸປະກອນປຸງແຕ່ງອາຫານ ແລະ ເຄື່ອງບົດ, ໂດຍການຈັດຊື້ໂດຍ ປຊກ. ຊຸດແຕ່ງກິນ ແລະ ເຄື່ອງບົດປະກອບເຊັ່ນ: ຊຸດຈານ (ຖ້ວຍ, ຈານ, ບ່ວງ, ແລະອື່ນໆ), ສາດໃຫຍ່, ເຄື່ອງປັ່ນ, ຊິງຊັ່ງນໍ້າໜັກ, ຂວດຢາງ ແລະ ອື່ນໆ..
- ຖ້າສະມາຊິກ ກພຊ ຕ້ອງການບົດອາຫານເພື່ອນຳກັບໄປເຮືອນ (ຕົວຢ່າງ: 250g) ເຂົາເຈົ້າຈະຕ້ອງຈ່າຍຄ່າທຳນຽມຜົງອາຫານ (ປະມານ: 2,000-4,000 ກີບ). ຄະນະກໍາມະການ ກພຊ ຈະຄຸ້ມຄອງເງິນນີ້ ແລະ ນໍາໃຊ້ມັນເພື່ອຊື້ອາຫານ, ເຊັ່ນນົມ ຫຼື ນໍ້າມັນ, ຫຼື ເກັບຮັກສາໄວ້ເພື່ອການບໍາລຸງຮັກສາ. ເຂົາເຈົ້າອາດຈະຝາກມັນໄວ້ໃນບັນຊີຂອງຄະນະກຳມະການຄຸ້ມຄອງກຸຄ່ມຊ່ວຍເຫຼືອກັນ. ວິທີນີ້ ຈະເຮັດໃຫ້ມີເງິນສົດໃນບັນຊີ ແລະ ເກີດຄວາມຍືນຍົງ.
- ກພຊ ຈະເລີ່ມອອກແບບວາງແຜນອາຫານປະຈໍາເດືອນ ໂດຍອີງໃສ່ປື້ມຄູ່ມມືການແຕ່ງກິນ.
- ມີການປຸງແຕ່ງຕາມແຜນ ແລະ ກິນອາຫານຮ່ວມກັນທຸກຄັ້ງໃນກອງປະຊຸມຂອງສະມາຊິກກຸ່ມໂພຊະນາການຊຸມຊົນ.
ໃນປີ 2025 ກຸ່ມໂພຊະນາການຊຸມຊົນ 321 ກຸ່ມ ໄດ້ຈັດການແຕ່ງກິນໄດ້ທັງໝົດ 4.062 ເທື່ອ.



