ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

  • ອາຫານມີຄວາມສຳຄັນ ແລະ ຈຳເປັນ ແລະ ຕ້ອງການໃຫ້ພຽງພໍສຳລັບແມ່ຍິງຖືພາ, ແມ່ທີກຳລັງລ້ຽງລູກດ້ວຍນົມ, ເພື່ອໃຫ້ໄດ້ສານອາຫານຫຼາຍຂຶ້ນ ມີສຸຂະພາບແຂງແຮງ ແລະ ການພັດທະນາຂອງລູກໃນ 1,000 ວັນຂອງຊີວິດ.
  • ທາດອາຫານແມ່ນມາຈາກການກິນອາຫານທີ່ພຽງພໍ ແລະ ສົມດຸນ. ໂຄງການ ປຊກ ສະໜອງປຶ້ມປຸງແຕ່ງອາຫານໃຫ້ແກ່ກຸ່ມໂພຊະນາການຊຸມຊົນໃນແຕ່ລະບ້ານເປົ້າໝາຍ.

ການແປຮູບອາຫານ

ໂຄງການ ປຊກ ນຳສະເໜີການແປຮູບອາຫານໃນ 3 ປະເພດຄື:

  • ຜົງເຂົ້າ: ເຮັດຈາກເຂົ້າ ແລະ ໝາກຖົ່ວ.
  • ຜົງປາ: ເຮັດຈາກປາແຫ້ງ ຫຼື ສັດນ້ຳອື່ນໆ.
  • ຜົງຜັກ: ເຮັດຈາກໃບຜັກຂຽວແຫ້ງ. 

ໃນປີ 2025 , ກຸ່ມໂພຊະນາການຊຸມຊົນ 321 ກຸ່ມ ສາມາດຜະລິດຜົງອາຫານໄດ້ທັງໝົດ 15.409 Kg

ການປຸງແຕ່ງອາຫານ

  • ໃນ​ລະ​ຫວ່າງ​ການ​ຝຶກ​ອົບ​ຮົມ ກພຊ ຈະ​ໄດ້​ຮັບຊຸດ​ອຸປະກອນປຸງ​ແຕ່ງ​ອາ​ຫານ​ ແລະ ​ເຄື່ອງບົດ, ໂດຍການຈັດຊື້​ໂດຍ ປຊກ. ຊຸດແຕ່ງກິນ ແລະ ເຄື່ອງບົດປະກອບເຊັ່ນ: ຊຸດຈານ (ຖ້ວຍ, ຈານ, ບ່ວງ, ແລະອື່ນໆ), ສາດໃຫຍ່, ເຄື່ອງປັ່ນ, ຊິງຊັ່ງນໍ້າໜັກ, ຂວດຢາງ ແລະ ອື່ນໆ..
  • ຖ້າສະມາຊິກ ກພຊ ຕ້ອງການບົດອາຫານເພື່ອນຳກັບໄປເຮືອນ (ຕົວຢ່າງ: 250g) ເຂົາເຈົ້າຈະຕ້ອງຈ່າຍຄ່າທຳນຽມຜົງອາຫານ (ປະມານ: 2,000-4,000 ກີບ). ຄະນະກໍາມະການ ກພຊ ຈະຄຸ້ມຄອງເງິນນີ້ ແລະ ນໍາໃຊ້ມັນເພື່ອຊື້ອາຫານ, ເຊັ່ນນົມ ຫຼື ນໍ້າມັນ, ຫຼື ເກັບຮັກສາໄວ້ເພື່ອການບໍາລຸງຮັກສາ. ເຂົາເຈົ້າອາດຈະຝາກມັນໄວ້ໃນບັນຊີຂອງຄະນະກຳມະການຄຸ້ມຄອງກຸຄ່ມຊ່ວຍເຫຼືອກັນ. ວິທີນີ້ ຈະເຮັດໃຫ້ມີເງິນສົດໃນບັນຊີ ແລະ ເກີດຄວາມຍືນຍົງ.
  • ກພຊ ຈະເລີ່ມອອກແບບວາງແຜນອາຫານປະຈໍາເດືອນ ໂດຍອີງໃສ່ປື້ມຄູ່ມມືການແຕ່ງກິນ.
  • ມີການປຸງແຕ່ງຕາມແຜນ ແລະ ກິນອາຫານຮ່ວມກັນທຸກຄັ້ງໃນກອງປະຊຸມຂອງສະມາຊິກກຸ່ມໂພຊະນາການຊຸມຊົນ.

ໃນປີ 2025 ກຸ່ມໂພຊະນາການຊຸມຊົນ 321 ກຸ່ມ ໄດ້ຈັດການແຕ່ງກິນໄດ້ທັງໝົດ 4.062 ເທື່ອ.

Scroll to Top