ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ຂ່າວສານ: ການສຳຫຼວດ ແລະ ເກັບກູ້ UXO ກ່ອນການດຳເນີນກິດຈະກຳ CRI ໃນບ້ານເປົ້າໝາຍ

ໂຄງການ ປຊກ (CLEAR) ໄດ້ດຳເນີນການສຳຫຼວດ ແລະ ກວດກູ້ວັດຖຸລະເບີດທີ່ຍັງບໍ່ທັນແຕກ ທີ່ຫຼົງເຫຼືອຈາກສົງຄາມ (UXO) ໃນບ້ານເປົ້າໝາຍ ເພື່ອກະກຽມຄວາມພ້ອມກ່ອນການດຳເນີນກິດຈະກຳໂຄງສ້າງພື້ນຖານທີ່ຊຸມຊົນ (Community-Resilient Infrastructure: CRI) ຢ່າງປອດໄພ ແລະ ເພື່ອໃຫ້ສອດຄ່ອງກັບມາດຕະຖານດ້ານສິ່ງແວດລ້ອມ-ສັງຄົມ ESS.
ການດຳເນີນງານສຳຫລວດ-ກວດກູ້ UXO ຄັ້ງນີ້ ໄດ້ກວມເອົາບ້ານເປົ້າໝາຍຢູ່ໃນເຂດຄວວາມສ່ຽງສູງ ແລະກວມເອົາບ້ານເປົ້າໝາຍທີ່ທີ່ນອນໃນ ເມືອງ ພູກູດ (Phoukoud), ໜອງແຮດ (Nonghed), ເມືອງເຊໂປນ (Xepon), ເມືອງນອງ (Nong), ເມືອງສະໝ້ວຍ (Samouy), ເມືອງຕະໂອ້ຍ (Ta-Oi) ແລະ ເມືອງດາກຈຶ້ງ (Dakcheung) ໂດຍມີການປະສານງານຢ່າງໃກ້ຊິດ ຈາກ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ-NRA Lao) ແລະ ທີມງານຊ່ຽວຊານ UXO ທ້ອງຖິ່ນ, ທີມ ES ຂອງໂຄງການ, ອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ນຳຊຸມຊົນ.
ຂັ້ນຕອນການສຳຫຼວດ UXO ປະກອບມີການສຳຫລວດພື້ນທີ່ກໍ່ສ້າງທີ່ກຳນົດ ເຊັ່ນ: ກິດຈະກຳກໍ່ສ້າງ/ປັບປຸງ ເສັ້ນທາງເຂົ້າຫາເຂດການຜະລິດ, ກໍ່ສ້າງ/ປັບປຸງກິດຈະກຳຊົນລະປະທານ, ກິດຈະກຳກໍ່ສ້າງເຮືອນໂພສະນາການ, ກິດຈະກຳກໍ້ສ້າງນ້ຳລິນ ແລະນ້ຳປະປາຊຸມຊົນ ແລະກິດຈະກຳອື່ນໆ ທີ່ມີຄວາມສ່ຽງໃນລະເບີດບໍ່ທັນແຕກ, ໂດຍສະເພາະບໍລິເວນຂຸດດິນ ແລະ ພື້ນທີ່ສະໜັບສະໜູນອື່ນໆ. ໃນກໍລະນີທີ່ພົບ UXO ຫຼື ຄວາມສ່ຽງ, ທີມງານຈະດຳເນີນການກຳຈັດຕາມຂັ້ນຕອນມາດຕະຖານ ແລະ ຈະອອກໃບຢັ້ງຢືນໃຫ້ເພື່ອອະນຸຍາດໃຫ້ເລີ່ມກິດຈະກຳ CRI ໄດ້ ເພື່ອຄວາມປອດໄພ ໃຫ້ຖືກຕາມມາດຕະຖານສິ່ງແວດລ້ອມ-ສັງຄົມ ESS4
ນອກຈາກນັ້ນ ໂຄງການ CLEAR ຍັງໄດ້ຈັດການກອງປະຊຸມເພື່ອ ອະທິບາຍ ໃຫ້ຄວາມຮູ້ ແລະ ປຶກສາຫາລືກັບຊຸມຊົນ ເພື່ອໃຫ້ຂໍ້ມູນກ່ຽວກັບຂັ້ນຕອນ UXO, ມາດຕະການຄວາມປອດໄພ ແລະ ຂໍ້ຫ້າມຕ່າງໆ ໃນລະຫວ່າງການດຳເນີນກິດຈະກຳ. ການມີສ່ວນຮ່ວມຂອງຊຸມຊົນໃນຂັ້ນຕອນນີ້ ຊ່ວຍເສີມສ້າງຄວາມເຂົ້າໃຈ, ຄວາມໝັ້ນໃຈ ແລະ ຄວາມຮ່ວມມືໃນການພັດທະນາຂອງຊຸມຊົນ.
ໂຄງການ CLEAR ຂໍຢືນຢັນຄວາມມຸ່ງໝັ້ນໃນການດຳເນີນທຸກກິດຈະກຳ CRI ຢ່າງປອດໄພ, ມີຄວາມຮັບຜິດຊອບ ແລະ ຍືນຍົງ ໂດຍໃຫ້ຄວາມສຳຄັນສູງສຸດຕໍ່ຄວາມປອດໄພຂອງຊຸມຊົນ ແລະ ຜູ້ມີສ່ວນກ່ຽວຂ້ອງທຸກຝ່າຍ.

Scroll to Top