CRI Environmental and Social Surveys during May–July 2025
ພາຍຫຼັງສຳເລັດການສ້າງແຜນພັດທະນາບ້ານ (VDP) ໄດ້ຮັບຮອງກການຄັດເລືອກກິດຈະກຳຢ່າງເປັນທາງການຈາກລະດັບເມືອງ, ໂຄງການ ປຊກ (CLEAR Project) ໄດ້ດຳເນີນການສຳຫຼວດດ້ານສິ່ງແວດລ້ອມ–ສັງຄົມ (ES) ສຳລັບກິດຈະກຳກໍ່ສ້າງພື້ນຖານໂຄງລ່າງ ເພື່ອຄວາມທົນທານຂອງຊຸມຊົນ (CRI) ໃນຊ່ວງເດືອນ ພຶດສະພາ–ກໍລະກົດ 2025. ການສຳຫຼວດກວມເອົາ 230 ບ້ານເປົ້າໝາຍ ທີ່ມີທັງໝົດ ປະມານ 306 ກິດຈະກໍາພື້ນຖານໂຄ່ງລ່າງ, ໂດຍມີການດຳເນີນງານຮ່ວມກັນລະຫວ່າງວິສະວະກອນ ແລະ ພະນັກງານດ້ານ ES ຂອງແຕ່ລະເມືອງ.
ການແຜນການ ແລະ ຂອບເຂດການສຳຫຼວດໃນແຕ່ລະພື້ນທີ່ ໄດ້ປັບປຸງໃຫ້ສອດຄ່ອງກັບ ສະພາບດິນຟ້າອາກາດ ແລະ ເງື່ອນໄຂຂອງແຕ່ລະຂົງເຂດ, ແຕ່ລະບ້ານ. ຈຸດປະສົງຫຼັກຂອງການສຳຫຼວດ ES ແມ່ນເພື່ອ ກັ່ນຕອງຄວາມສ່ຽງດ້ານສິ່ງແວດລ້ອມ–ສັງຄົມ, ກຳນົດມາດຕະການປ້ອງກັນ–ແກ້ໄຂທີ່ເໝາະສົມ ແລະ ສະໜັບສະໜູນການຈັດກຽມເອກະສານ ES ກ່ອນການນຳໄປປະຕິບັດໃຫ້ຖືກຕາມມາດຕະຖານແລະເງື່ອນໄຂຂອງກອບວຽກສິ່ງແວດລ້ອມ-ສັງຄົມ ESF.
ພ້ອມກັນນີ້, ໄດ້ຈັດກອງປະຊຸມ ປຶກສາຫາລືລະດັບບ້ານ ຄຽງຄູ່ກັບກອງປະຊຸມເຜີຍແຜ່ຢັ້ງຢືນ ແບບກໍ່ສ້າງ ພື້ນຖານໂຄງລ່າງ ເພື່ອໃຫ້ປະຊາຊົນໄດ້ມີສ່ວນຮ່ວມໃນທຸກຂັ້ນຕອຍ ການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ແຜນທາງວິຊາການ. ກິດຈະກຳດັ່ງກ່າວເປັນໂອກາດໃຫ້ຊຸມຊົນໄດ້ຮັບຮູ້, ໃຫ້ຄວາມເຫັນ ແລະ ຮັບປະກັນວ່າປະເດັນດ້ານເທັກນິກ ແລະ ມາດຕະການດ້ານ ES ຖືກນຳໄປປະກອບໃນການອອກແບບຂັ້ນສຸດທ້າຍ.
ຂະບວນການແບບບູລະນາການນີ້ ຊ່ວຍຮັບປະກັນໃຫ້ການດຳເນີນກິດຈະກຳ CRI ເປັນໄປຢ່າງ ປອດໄພ, ພິຈາລະນາເຖິງການຄຸ້ມຄອງທາງສັງຄົມ ແລະ ຮັບຜິດຊອບຕໍ່ສິ່ງແວດລ້ອມ, ພ້ອມທັງສົ່ງເສີມຄວາມເປັນເຈົ້າຂອງຂອງຊຸມຊົນ ແລະ ສອດຄ່ອງກັບລຳດັບຄວາມສຳຄັນຂອງແຜນພັດທະນາບ້ານທີ່ໄດ້ຮັບການອະນຸມັດ.



