ການສຳຫຼວດ ແລະ ການເກັບກູ້ລະເບີດບໍ່ທັນແຕກ (UXO) ໄດ້ດຳເນີນການກ່ອນການຈັດຕັ້ງປະຕິບັດກິດຈະກຳຂອງ CRI ໃນບ້ານເປົ້າໝາຍ
ຂ່າວສານ: ການສຳຫຼວດ ແລະ ເກັບກູ້ UXO ກ່ອນການດຳເນີນກິດຈະກຳ CRI ໃນບ້ານເປົ້າໝາຍ ໂຄງການ ປຊກ (CLEAR) ໄດ້ດຳເນີນການສຳຫຼວດ ແລະ ກວດກູ້ວັດຖຸລະເບີດທີ່ຍັງບໍ່ທັນແຕກ ທີ່ຫຼົງເຫຼືອຈາກສົງຄາມ (UXO) ໃນບ້ານເປົ້າໝາຍ ເພື່ອກະກຽມຄວາມພ້ອມກ່ອນການດຳເນີນກິດຈະກຳໂຄງສ້າງພື້ນຖານທີ່ຊຸມຊົນ (Community-Resilient Infrastructure: CRI) ຢ່າງປອດໄພ ແລະ ເພື່ອໃຫ້ສອດຄ່ອງກັບມາດຕະຖານດ້ານສິ່ງແວດລ້ອມ-ສັງຄົມ ESS. ການດຳເນີນງານສຳຫລວດ-ກວດກູ້ UXO ຄັ້ງນີ້ ໄດ້ກວມເອົາບ້ານເປົ້າໝາຍຢູ່ໃນເຂດຄວວາມສ່ຽງສູງ ແລະກວມເອົາບ້ານເປົ້າໝາຍທີ່ທີ່ນອນໃນ ເມືອງ ພູກູດ (Phoukoud), ໜອງແຮດ (Nonghed), ເມືອງເຊໂປນ (Xepon), ເມືອງນອງ (Nong), ເມືອງສະໝ້ວຍ (Samouy), ເມືອງຕະໂອ້ຍ (Ta-Oi) ແລະ ເມືອງດາກຈຶ້ງ (Dakcheung) ໂດຍມີການປະສານງານຢ່າງໃກ້ຊິດ ຈາກ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ-NRA […]




