ການຝຶກອົບຮົມ ESF ໃນລະດັບບ້ານ ຊ່ວຍເສີມສ້າງຄວາມສາມາດໃຫ້ແກ່ຊຸມຊົນ
ລະຫວ່າງວັນທີ 19–27 ເດືອນຕຸລາ 2025, ທີມງານ ໂຄງການ ປຊກ ສູນກາງ ໄດ້ລົງຕິດຕາມການຈັດຝຶກອົບຮົມດ້ານກອບວຽກດ້ານສິ່ງແວດລ້ອມ ແລະ ສັງຄົມ (Environmental and Social Framework: ESF) ໃນລະດັບບ້ານ ໃຫ້ແກ່ກຸ່ມບ້ານເປົ້າໝາຍ ຂອງເມືອງທີ່ຖືກຄັດເລືອກ ມີ ເມືອງໜອງແຮດ ແຂວງຊຽງຂວາງ ແລະ ເມືອງຊ່ອນ ແຂວງຫົວພັນ. ຕໍ່ຈາກນັ້ນ ກໍ່່ໄດ້ສືບຕໍ່ລົງຊຸກຍູ້-ຕິດຕາມ ການຈັດຝຶກອົບຮົມ ບາງຈຸດເພີ່ມເຕີມອີກລະຫວ່າງວັນທີ 13–24 ເດືອນພະຈິກ 2025 ທີ່ ເມືອງສະໜ້ວຍ ແຂວງສາລະວັນ, ເມືອງກະລຶມ ແຂວງເຊກອງ ແລະ ເມືອງເຊໂປນ ແຂວງສະຫວັນນະເຂດ.
ການຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນໂດຍ ພະນັກງານປົກປ້ອງສິ່ງແວດລ້ອມ-ສັງຄົມ ຂອງເມືອງດັ່ງກ່າວ (ES) ໃນລະດັບເມືອງ ໂດຍນຳໃຊ້ວິທີການຈັດເປັນກຸ່ມບ້ານ (cluster approach) ໂດຍການ ຮວບຮ່ວມເອົາຕົວແທນທີມງານບ້ານ ຈຳນວນ 2–5 ບ້ານ ມາລວມກັນຈຸດດຽວ ຕໍ່ສະຖານທີ່ຝຶກອົບຮົມ ໂດຍອີງຕາມເງື່ອນໄຂ ຂອງແຕ່ລະຈຸດ ເພື່ອຮັບປະກັນການເຂົ້າຮ່ວມຢ່າງກວ້າງຂວາງ ແລະ ຄອບຄຸມທຸກພາກສ່ວນ. ດ້ວຍການສະໜັບສະໜູນດ້ານວິຊາການຈາກທີມ ES ສ່ວນກາງ, ການຝຶກອົບຮົມໄດ້ເສີມສ້າງຄວາມສາມາດໃຫ້ແກ່ຊຸມຊົນໃນການຈັດການຄວາມສ່ຽງດ້ານສິ່ງແວດລ້ອມ ແລະ ສັງຄົມ ພ້ອມທັງການນຳໃຊ້ເຄື່ອງມື ESF ຂອງທະນາຄານໂລກ ເຊັ່ນ ມາດຕະການຄຸ້ມຄອງດ້ານສິ່ງແວດລ້ອມ-ສັງຄົມ (ESCOP), ແຜນການຄຸ້ມຄອງວຽກສິ່ງແວດລ້ອມ-ສັງຄົມສະເພາະ (SS-ESMP) ແລະ ກົນໄກ ແກ້ໄຂຄຳຮ້ອງທຸກ (GRM) ໃນການດຳເນີນກິດຈະກຳໃນຊຸມຊົນບ້ານເປົ້າໝາຍ



