ສຳເລັດແລ້ວ! ທາງບ້ານກໍທອງ: ເປີດເສັ້ນທາງສູ່ເຂດການຜະລິດ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ
ສຳເລັດແລ້ວ! ທາງບ້ານກໍທອງ: ເປີດເສັ້ນທາງສູ່ເຂດການຜະລິດ, ສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນ ມາຮອດປະຈຸບັນ, ການສ້ອມແປງທາງເປັນຈຸດເຂົ້າຫາເຂດຜະລິດ ບ້ານກໍທອງ, ເມືອງໜອງແຮດ, ແຂວງຊຽງຂວາງ ພາຍໃຕ້ການສະໜັບສະໜູນຂອງ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (CLEAR) ແມ່ນໄດ້ສຳເລັດ 100% ແລ້ວ. ບ້ານດັ່ງກ່າວ ເປັນບ້ານຊົນເຜົ່າມົ້ງ ທີ່ມີອາຊີບຫຼັກ ເຮັດໄຮ່ສາລີ, ໄຮ່ເຂົ້າ ແລະ ລ້ຽງສັດໃຫຍ່. ໂຄງການນີ້ໄດ້ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາກອນທັງໝົດ 336 ຄົນ (ໃນນັ້ນມີແມ່ຍິງ 156 ຄົນ). ຈາກນີ້ໄປ, ຊາວບ້ານຈະມີລາຍຮັບເພີ່ມຂຶ້ນ ເນື່ອງຈາກສາມາດຂົນສົ່ງຜົນຜະລິດຈາກໄຮ່ສູ່ຕະຫຼາດໄດ້ງ່າຍຂຶ້ນ, ຫຼຸດຜ່ອນຕົ້ນທຶນການຂົນສົ່ງ ແລະ ສາມາດນຳໃຊ້ກົນຈັກເຂົ້າຊ່ວຍໃນການຜະລິດເພື່ອເພີ່ມຜົນຜະລິດໄດ້ຢ່າງມີປະສິດທິພາບ ຍ້ອນມີຫົນທາງທີ່ສະດວກສະບາຍແລ້ວ. ລາຍລະອຽດໜ້າວຽກເຕັກນິກທີ່ໄດ້ຈັດຕັ້ງປະຕິບັດ: ປັບເກດໜ້າທາງ ພ້ອມຮ່ອງລະບາຍນໍ້າຕະຫຼອດເສັ້ນທາງ ຄວາມຍາວລວມ 4,850 ແມັດ. ກໍ່ຮ່ອງລະບາຍນໍ້າຂ້າງທາງດ້ວຍຫີນແຂງ ຄວາມຍາວ 57 ແມັດ ເພື່ອປ້ອງກັນການເຊາະເຈື່ອນ. ກໍ່ສ້າງທໍ່ລອດທາງ ຈຳນວນ 6 ຈຸດ ເພື່ອລະບາຍນໍ້າຂ້າມທາງ. […]









