ການຝຶກອົບຮົມເຕັກນິກກິຈະກໍາສ້າງລາຍຮັບແກ່ສະມາຊິກກຸ່ມຊ່ວຍເຫຼືອກັນບ້ານເປົ້າໝາຍໄລຍະ2
ຂ່າວຜົນການຝຶກອົບຮົມເຕັກນິກກິຈະກໍາສ້າງລາຍຮັບແກ່ສະມາຊິກກຸ່ມຊ່ວຍເຫຼືອກັນບ້ານເປົ້າໝາຍໄລຍະ2 ໂຄງການ ປຊກ, ເດືອນ ເມສາ ແລະ ພຶດສະພາ 2026 ໂຄງການປັບປຸງຊີວິດການເປັນຢູ່ ແລະ ປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ໄດ້ສືບຕໍ່ສະໜັບສະໜູນ 220 ບ້ານເປົ້າໝາຍໄລຍະ2 ໃນເດືອນ ທັນວາ 2025, ທິມງານປັບປຸງຂັ້ນເມືອງ ແລະ ຂັ້ນບ້ານໄດ້ສໍາເລັດການສ້າງຕັ້ງກຸ່ມຊ່ວຍເຫຼືອກັນ (ກຊກ) ທັງໝົດ 804 ກຸ່ມ, ສະມາຊິກທັງໝົດ 11,435ຄອບຄົວ. ຫຼັງຈາກການສ້າງຕັ້ງກຸ່ມແລ້ວ, ພະນັກງານປັບປຸງຂັ້ນເມືອງ, ຂັ້ນບ້ານ ແລະ ວິຊາການ ກະສິກໍາ ແລະ ສິ່ງແວດລ້ອມເມືອງ, ໄດ້ຈັດຝຶກອົບຮົມເຕັກນິກກິດຈະກໍາສ້າງລາຍຮັບໃນຫຼາຍຫົວຂໍ້ ເປັນຕົ້ນ ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ, ລ້ຽງແບ້ ແລະ ລ້ຽງປາ, ປູກເຂົ້ານາປີ, ປູກພືດຜັກ, ປູກມັນຕົ້ນ, ປູກສາລີ, ປູກກ້ວຍນໍ້າ, ປູກໝາກເດືອຍ, […]







