ເປັນຫຍັງໂພຊະນາການຈຶ່ງມີຄວາມສຳຄັນ?
ຜົນກະທົບຈາກພາວະເຕ້ຍຂອງເດັກນ້ອຍ ການຂາດສານອາຫານໃນລະດັບສູງຂອງເດັກນ້ອຍເປັນອຸປະສັກສໍາຄັນຕໍ່ການຫລຸດຜ່ອນຄວາມທຸກຍາກ, ລວມທັງການພັດທະນາມະນຸດ ແລະ ຊົນນະບົດໃນປະເທດລາວ. ໃນເຂດຊົນນະບົດ, ເດັກນ້ອຍໃນເຂດທີ່ບໍ່ມີຖະຫນົນຫົນທາງ ແລະ ແມ່ບໍ່ມີການສຶກສາ ມີໂອກາດສາມເທົ່າທີ່ຈະເປັນພາວະເຕ້ຍຫລາຍກວ່າເດັກນ້ອຍໃນເມືອງ, ຈາກຄົນທີ່ຮັ່ງມີທີ່ສຸດ ແລະ ມີແມ່ມີການສຶກສາສູງ. ພາວະເຕ້ຍມີຜົນກະທົບຕໍ່ການພັດທະນາໃນໄລຍະຍາວ ລວມທັງສຸຂະພາບທີ່ອ່ອນແອ, ຜົນການຮຽນບໍ່ດີ, ຜົນປະໂຫຍດ ແລະ ຄ່າແຮງງານຕ່ໍາກວ່າໝູ່ເມື່ອຢູ່ໃນໄວຜູ້ໃຫຍ່. ເດັກນ້ອຍທີ່ມີພາວະເຕ້ຍບໍ່ສາມາດພັດທະນາຄຸນຄ່າຄວາມເປັນມະນຸດຂອງຕົນເອງໄດ້ຢ່າງເຕັມທີ ແລະ ຈະຫຼ້າຫຼັງໝູ່ເພື່ອນລຸ້ນດຽວກັນທີ່ໄດ້ຮັບໂພຊະນາການທີ່ດີ. ສາເຫດຂອງເດັກເຕ້ຍ ໂພຊະນາການບໍ່ພຽງພໍ: ໂພຊະນາການຂອງແມ່ບໍ່ດີ: ແມ່ຂາດສານອາຫານໃນຕອນຖືພາ ລູກອາດຈະເກີດມາມີນ້ຳໜັກໜ້ອຍ ຫຼື ເຕ້ຍ. ຂາດການລ້ຽງດູເດັກອ່ອນທີ່ຖືກຕ້ອງ: ການໃຫ້ນົມບໍ່ພຽງພໍ ແລະ ໃຫ້ອາຫານເສີມບໍ່ພຽງພໍຫຼັງຈາກຫົກເດືອນສາມາດນຳໄປສູ່ການຂາດສານອາຫານທີ່ພາໃຫ້ບົກຜ່ອງໃນການຈະເລີນເຕີບໂຕ ການຂາດອາຫານ: ການຂາດວິຕາມິນ ແລະ ແຮ່ທາດທີ່ຈໍາເປັນເຊັ່ນ ໂປຣຕີນ, ທາດເຫຼັກ, ສັງກະສີ ແລະ ວິຕາມິນ A ສາມາພາໃຫ້ເກີດພາລະເຕ້ຍໃນເດັກນ້ອຍໄດ້. ການຕິດເຊື້ອເລື້ອຍໆ ການຕິດເຊື້ອຊ້ໍາອີກ: ຖອກທ້ອງ, ການຕິດເຊື້ອທາງເດີນຫາຍໃຈ ແລະ ການຕິດເຊື້ອກາຝາກມີສ່ວນເຮັດໃຫ້ຂາດສານອາຫານ. ສຸຂະພິບານ ແລະ ສຸຂະອະນາໄມ: ເດັກນ້ອຍທີ່ອາໄສຢູ່ໃນສະພາບແວດລ້ອມທີ່ມີສຸຂະອະນາໄມບໍ່ດີ ເຊັ່ນ: […]




