ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ຂະບວນການນຳໃຊ້ກອບວຽກສິ່ງແວດລ້ອມ-ສັງຄົມ Environmental and Social Framework (ESF)

ຂະບວນການນຳໃຊ້ກອບວຽກສິ່ງແວດລ້ອມ-ສັງຄົມ (ESF)

ສຳລັບກິດຈະກຳ (CRI)
1. ການອະນຸມັດແຜນພັດທະນາບ້ານ (Village Development Plan: VDP Approval)
– ແຜນ VDP ຖືກສ້າງໂດຍຊຸມຊົນ ຕາມຫຼັກການວາງແຜນແບບມີສ່ວນຮ່ວມ
– ຖືກທົບທວນ ແລະ ຮັບຮອງໂດຍ ປະທານຄະນະກຳມະການປົກຄອງເມືອງທີ່ກ່ຽວຂ້ອງ ເພື່ອຢື້ງຢັນແຜນພັດທະນາດັ່ງກ່າວມີຄວາມສອດຄ່ອງກັບນະໂຍບາຍພາກລັດ
2. ການກັ່ນຕອງດ້ານສິ່ງແວດລ້ອມ–ສັງຄົມເບື້ອງຕົ້ນ (Initial Environmental and Social Screening)
– ດຳເນີນການໂດຍ ວິສະວະກອນ ແລະ ພະນັກງານປົກປ້ອງສິ່ງແວດລ້ອມ-ສັງຄົມ ES
– ການກັ່ນຕອງດຳເນີນຕາມຂໍ້ກຳນົດຂອງ ESF ແລະ ມາດຕະຖານສິ່ງແວດລ້ອມ (ESSs)
– ລະບຸຄວາມສ່ຽງ ແລະ ຜົນກະທົບທີ່ອາດເກີດຂຶ້ນ
(ເຊັ່ນ: ທີ່ດິນ, ຄວາມປອດໄພ, ແຫຼ່ງນ້ຳ, UXO, ກຸ່ມເປາະບາງ ແລະ ກຸ່ມອ່ອນໄຫວ)
3. ການສຳຫຼວດພາກສະໜາມດ້ານ ES (Field-Based ES Assessment / Site Verification)
– ການລົງພື້ນທີ່ສຳຫຼວດ ໄດ້ຈັດຕັ້ງປະຕິບັດໃນຊ່ວງ ພຶດສະພາ–ກໍລະກົດ 2025
– ຢືນຢັນຂໍ້ມູນພາກສະໜາມເພື່ອປະເມີນຄວາມສ່ຽງແທ້ຈິງ
4. ການຈັດປະເພດຄວາມສ່ຽງດ້ານ ES (Environmental and Social Risk Classification)
– ຈັດປະເພດຄວາມສ່ຽງເປັນ ຄວາມສ່ຽງຕ່ຳ ຫຼື ຄວາມສ່ຽງປານກາງ
– ກຳນົດເຄື່ອງມື ES ທີ່ຈຳເປັນຕ້ອງຈັດທຳ
(ເຊັ່ນ: Environmental and Social Code of Practice – ESCOP, ມາດຕະການແກ້ໄຂເຉພາະພື້ນທີ່ SS-ESMP)
5. ກະກຽມມາດຕະການປ້ອງກັນ–ແກ້ໄຂ (Preparation of Mitigation Measures)
– ກຳນົດມາດຕະການທີ່ເໝາະສົມ ແລະ ສັດສ່ວນກັບລະດັບຄວາມສ່ຽງ (proportionate mitigation)
– ບູລະນາການມາດຕະການ ES ເຂົ້າໃນການອອກແບບທາງວິຊາການ ແລະ ແຜນການດຳເນີນງານ
– ກຳນົດບົດບາດ ແລະ ໜ້າທີ່ຮັບຜິດຊອບຢ່າງຊັດເຈນ
6. ການປຶກສາຫາລືຊຸມຊົນ ແລະ ການເຜີຍແຜ່ຂໍ້ມູນ (Public Consultation and Information Disclosure)
– ຈັດການປຶກສາຫາລືຢ່າງມີຄວາມໝາຍ ແລະ ມີສ່ວນຮ່ວມ (meaningful consultation)
– ເຜີຍແຜ່ຂໍ້ມູນກ່ຽວກັບຂອບເຂດ CRI, ຄວາມສ່ຽງ ES, ມາດຕະການແກ້ໄຂ ແລະ ກົນໄກຮ້ອງທຸກ (GRM)
– ຮັບຟັງ ແລະ ບັນທຶກຄວາມເຫັນຂອງຊຸມຊົນ
– ເນັ້ນການມີສ່ວນຮ່ວມຢ່າງຄອບຄຸມ ແລະ ບໍ່ກີດກັ້ນ (inclusive approach)
7. ການຢືນຢັນແບບແຜນທາງວິຊາການ (Technical Design Confirmation)
– ວິສະວະກອນນຳສະເໜີແບບແຜນຂັ້ນສຸດທ້າຍ
– ນຳຜົນຈາກການປຶກສາຫາລືໄປປັບປຸງແບບແຜນ
– ມີຂໍ້ຕົກລົງຮ່ວມກັນໃນລະດັບບ້ານ
8. ການອະນຸມັດດ້ານ ES ກ່ອນການດຳເນີນການ (Final ES Clearance prior to Implementation)
– ຢືນຢັນວ່າຂໍ້ກຳນົດ ESF ໄດ້ຖືກນຳໃຊ້ຄົບຖ້ວນ
– ອະນຸມັດແບບແຜນ ແລະ ມາດຕະການ ES
– ອະນຸຍາດໃຫ້ກິດຈະກຳ CRI ເລີ່ມດຳເນີນການ
9. ການດຳເນີນການກໍ່ສ້າງ ແລະ ການຕິດຕາມກວດກາ ES (Implementation and ES Monitoring)
– ດຳເນີນການຕາມມາດຕະການ ES ທີ່ໄດ້ອະນຸມັດ
– ຕິດຕາມກວດກາ ES ຢ່າງຕໍ່ເນື່ອງໂດຍທີມ ປຊກ ສູນການ ໃນການຄຸ້ມຄອງຂອງຂັ້ນເມືອງ ແລະທີມງານຈັດຕັ້ງປະຕິບັດຂັ້ນບ້ານ
– ຕິດຕາມກົນໄກຮ້ອງທຸກ (GRM) ດຳເນີນງານຕະຫຼອດຊ່ວງການດຳເນີນການ
10. ການສຳເລັດ ແລະ ການທົບທວນຫຼັງການດຳເນີນການ (Completion and Post-Implementation Review)
– ກວດສອບຄວາມສອດຄ່ອງກັບ ESF ແລະ ESSs
– ບັນທຶກບົດຮຽນທີ່ໄດ້ຮັບ (lessons learned)
– ປະກາດສຳເລັດກິດຈະກຳ CRI ຢ່າງເປັນທາງການ
– ການລະບຸຄວາມສ່ຽງທີ່ເກີດຂື້ນກ່ອນ (early risk identification)
– ການປຶກສາຫາລືຢ່າງມີຄວາມໝາຍ ແລະ ຄວາມໂປ່ງໃສ
– ມາດຕະການແກ້ໄຂທີ່ສັດສ່ວນກັບຄວາມສ່ຽງ
– ການນຳໃຊ້ ESF ເຂົ້າໃນການອອກແບບ ແລະ ການດຳເນີນໂຄງການແບບປະສົມປະສານ
– ການຕິດຕາມ, ການລາຍງານ ແລະ ຄວາມຮັບຜິດຊອບຢ່າງຕໍ່ເນື່ອງ

Scroll to Top