ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ການຝຶກອົບຮົມຜູ້ຝຶກອົບຮົມ (TOT) ດ້ານ ESF ສຳລັບ 14+1 ເມືອງ ເພື່ອເສີມສ້າງຄວາມພ້ອມໃນການປະຕິບັດໂຄງການ

The ESF TOT programme

ໂຄງການ ປຊກ (CLEAR) ໄດ້ຈັດການຝຶກອົບຮົມຜູ້ຝຶກອົບຮົມ (Training of Trainers: TOT) ດ້ານກອບວຽກສິ່ງແວດລ້ອມ ແລະ ສັງຄົມ (Environmental and Social Framework: ESF) ຢ່າງສຳເລັດຜົນ ໂດຍຄອບຄຸມ 14 ເມືອງ ແລະ ເພີ່ມອີກ 1 ເມືອງ ພາຍໃຕ້ຂອບເຂດໂຄງການ CLEAR. ການຝຶກອົບຮົມນີ້ມີຈຸດປະສົງເພື່ອເສີມສ້າງຂີດຄວາມສາມາດຂອງທີມງານລະດັບເມືອງ ໃນການນຳໃຊ້ຂໍ້ກຳນົດ ESF ຢ່າງຖືກຕ້ອງ ແລະ ສອດຄ່ອງ ຕະຫຼອດວົງຈອນການດຳເນີນໂຄງການ.

ການຝຶກອົບຮົມ TOT ໄດ້ຈັດຂຶ້ນໃນ 3 ພື້ນທີ່ພາກພື້ນ ເພື່ອອຳນວຍຄວາມສະດວກໃນການເຂົ້າຮ່ວມ ແລະ ສົ່ງເສີມການຮຽນຮູ້ຂ້າມເຂດ ດັ່ງນີ້:

  • ແຂວງອຸດົມໄຊ (30 ຕຸລາ – 1 ພະຈິກ 2024): ຜູ້ເຂົ້າຮ່ວມຈາກ 4 ເມືອງ
  • ແຂວງຊຽງຂວາງ (11 – 14 ພະຈິກ 2024): ຜູ້ເຂົ້າຮ່ວມຈາກ 4 ເມືອງ ແລະ ເພີ່ມອີກ 1 ເມືອງ
  • ແຂວງສາລະວັນ (ເດືອນພະຈິກ 2024): ຜູ້ເຂົ້າຮ່ວມຈາກ 6 ເມືອງ

ເນື້ອໃນການຝຶກອົບຮົມມຸ່ງເນັ້ນການນຳໃຊ້ຈິງ ແລະ ຄອບຄຸມຫົວຂໍ້ຫຼັກຕາມຂໍ້ກຳນົດ ESF ຂອງທະນາຄານໂລກ ເຊັ່ນ ການຄັດກອງແລະຈັດປະເພດຄວາມສ່ຽງ, ການນຳໃຊ້ ESCOP, ການຄຸ້ມຄອງແຮງງານ ແລະ ຄວາມປອດໄພຊຸມຊົນ, ການສົ່ງເສີມຄວາມເທົ່າທຽມທາງເພດ ແລະ ການມີສ່ວນຮ່ວມທາງສັງຄົມ (GESI), ກົນໄກຮັບແກ້ໄຂຄຳຮ້ອງທຸກ (GRM) ແລະ ການຕິດຕາມ–ລາຍງານດ້ານສິ່ງແວດລ້ອມ–ສັງຄົມ.

ດ້ວຍການນຳໃຊ້ແນວທາງ Training of Trainers, ໂຄງການ CLEAR ກຳລັງວາງລາກຖານລະບົບການພັດທະນາຂີດຄວາມສາມາດຢ່າງຍືນຍົງ ເພື່ອຮອງຮັບການຂະຫຍາຍຄວາມຮູ້ດ້ານ ESF ໄປສູ່ທີມງານດຳເນີນການໃນລະດັບບ້ານ ໂດຍຮັບປະກັນໃຫ້ການດຳເນີນກິດຈະກຳທີ່ຊຸມຊົນເປັນຜູ້ນຳ ເກີດຂຶ້ນຢ່າງປອດໄພ, ມີຄວາມຄອບຄຸມ ແລະ ຮັບຜິດຊອບຕາມມາດຕະຖານສາກົນ ໃນບ້ານເປົ້າໝາຍປະມານ 450 ບ້ານ..

Scroll to Top