ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ປ່ຽນນ້ຳຂຸ່ນປົນເປື້ອນ ສູ່ນ້ຳລິນສະອາດ!

ສຳເລັດ 100% ອ່າງເກັບນ້ຳໜ້າດິນ ບ້ານປະເຊັຍ ເມືອງນອງ ປົກປ້ອງແຫຼ່ງນ້ຳທຳມະຊາດ ເພື່ອສຸຂະອະນາໄມທີ່ດີຂອງ 2 ໝູ່ບ້ານກວ່າ 100 ຄອບຄົວ

ການເຂົ້າເຖິງນ້ຳຊົມໃຊ້ທີ່ສະອາດ ແລະ ປອດໄພໃນລະດູແລ້ງ ພວມກາຍເປັນຈິງ ແລະ ມີຄວາມຍືນຍົງກວ່າເກົ່າ ສຳລັບຊຸມຊົນທ້ອງຖິ່ນ ຢູ່ເມືອງນອງ. ປັດຈຸບັນ, ກິດຈະກຳຍ່ອຍກໍ່ສ້າງອ່າງເກັບນ້ຳໜ້າດິນ (ອ່າງປົກປ້ອງແຫຼ່ງນ້ຳອອກບໍ່) ຢູ່ບ້ານປະເຊັຍ, ເມືອງນອງ, ແຂວງສະຫວັນນະເຂດ ພາຍໃຕ້ການສະໜັບສະໜູນທຶນຈາກ ໂຄງການປັບປຸງ ຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ ຫຼື CLEAR) ໄດ້ສຳເລັດການກໍ່ສ້າງຢ່າງສົມບູນ 100% ແລ້ວ.

ປະຫວັດຄວາມເປັນມາ ແລະ ບັນຫາທ້າທາຍ:

ແຫຼ່ງນ້ຳຊົມໃຊ້ຫຼັກຂອງຊຸມຊົນແຫ່ງນີ້ ແມ່ນໄດ້ມາຈາກແຫຼ່ງນ້ຳອອກບໍ່ທຳມະຊາດ ທີ່ຕັ້ງຢູ່ຫ່າງຈາກ ບ້ານປະມານ 1 ກິໂລແມັດ. ໃນໄລຍະຜ່ານມາ ໂດຍສະເພາະໃນຊ່ວຍລະດູແລ້ງ, ປະຊາຊົນຈາກ 2 ໝູ່ບ້ານອ້ອມຂ້າງໄດ້ພາກັນມາຕັກ ແລະ ນຳໃຊ້ນ້ຳຈາກບໍ່ແຫ່ງນີ້ ເພື່ອດຳເນີນຊີວິດປະຈຳວັນ ລວມທັງໝົດກວ່າ 100 ຄອບຄົວ (ໃນນັ້ນມີ ບ້ານປະເຊັຍ 70 ຄອບຄົວ ແລະ ບ້ານພູນໝາກມີ້ ປະມານ 30 ຄອບຄົວ). ເຖິງຢ່າງໃດກໍຕາມ, ຜ່ານການນຳໃຊ້ຕົວຈິງໃນອະດີດ ພົບວ່າບໍ່ນ້ຳດັ່ງກ່າວບໍ່ມີລະບົບປົກປ້ອງ ປ່ອຍເປັນແຫຼ່ງນ້ຳເປີດໂລ່ງ ເຮັດໃຫ້ເວລາຝົນຕົກ ຫຼື ມີລົມພັດແຮງ ມັກມີຂີ້ຝຸ່ນ, ໃບໄມ້, ແລະ ນ້ຳໜ້າດິນທີ່ເປິເປື້ອນໄຫຼຊຶມລົງໃສ່ບໍ່ນ້ຳໂດຍກົງ ສົ່ງຜົນໃຫ້ນ້ຳມີຄວາມຂຸ່ນ ແລະ ບໍ່ຮັບປະກັນດ້ານສຸຂະອະນາໄມ. ເພື່ອແກ້ໄຂບັນຫາທີ່ອ່ອນໄຫວນີ້, ປະຊາຊົນຈຶ່ງໄດ້ສະເໜີຂໍການປັບປຸງໂຄງສ້າງໃຫ້ໄດ້ມາດຕະຖານເຕັກນິກ.

ລາຍລະອຽດໜ້າວຽກເຕັກນິກທີ່ໄດ້ຈັດຕັ້ງປະຕິບັດ:

  • ຂຸດຂະຫຍາຍ ແລະ ອະນາໄມອ່າງເກັບນ້ຳ ໃຫ້ເປັນຮູບສີ່ແຈສາກ ມາດຕະຖານຂະໜາດ 4 ແມັດ x 4 ແມັດ.
  • ກໍ່ຝາອ່າງຮັກສາແຫຼ່ງນ້ຳດ້ວຍຫີນຂົບຢ່າງໜາແໜ້ນ ພ້ອມທັງໂບກປູນກັນຊຶມດ້ານນອກຢ່າງມິດຊິດ.
  • ເທຄານເບຕົງເສີມເຫຼັກທັບຂອບດ້ານເທິງຂອງອ່າງ ເພື່ອເພີ່ມຄວາມແຂງແຮງດ້ານໂຄງສ້າງ ແລະ ປ້ອງກັນນ້ຳໜ້າດິນບໍ່ໃຫ້ໄຫຼຊຶມເຂົ້າ.
  • ປູພື້ນກົ້ນອ່າງດ້ວຍຊັ້ນຫີນໃຫຍ່ ເພື່ອເຮັດໜ້າທີ່ເປັນລະບົບຕອງນ້ຳທຳມະຊາດ ປ້ອງກັນບໍ່ໃຫ້ຂີ້ຕົມ ແລະ ຕະກອນຟູຂຶ້ນມາ.
  • ກໍ່ສ້າງໂຄງຫຼັງຄາໄມ້ ມຸງດ້ວຍສັງກະສີ ປົກຄຸມທົ່ວຕົວອ່າງ ເພື່ອປ້ອງກັນຂີ້ຝຸ່ນ ແລະ ໃບໄມ້ຫຼົ່ນໃສ່ບໍ່ນ້ຳ.
  • ຕິດຕັ້ງຮົ້ວອ້ອມອ່າງດ້ວຍລວດໜາມຢ່າງເປັນລະບົບ ເພື່ອປ້ອງກັນສັດລ້ຽງເຂົ້າໄປລົບກວນ ຫຼື ເຮັດໃຫ້ບໍລິເວນແຫຼ່ງນ້ຳເປິເປື້ອນ.

ງົບປະມານການລົງທຶນ:

  • ມູນຄ່າການກໍ່ສ້າງປັບປຸງລວມທັງໝົດ: 85,324,828 ກີບ, ໄດ້ຮັບການສະໜັບສະໜູນງົບປະມານບ້ານຈາກ ໂຄງການ ປຊກ (CLEAR).
  • ຊຸມຊົນປະກອບສ່ວນ: 9,300,000 ກີບ

ຜົນປະໂຫຍດ ແລະ ຄວາມຍືນຍົງ (O&M):

ປັດຈຸບັນ, ໂຄງສ້າງອ່າງເກັບນ້ຳໄດ້ຖືກມອບ-ຮັບໃຫ້ແກ່ຊຸມຊົນເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ຢ່າງເປັນທາງການແລ້ວ 100%. ເພື່ອຮັບປະກັນການນຳໃຊ້ທີ່ຍາວນານ, ທີມງານວິສະວະກອນ ໂຄງການ ປຊກ ເມືອງ ໄດ້ສົມທົບກັບ ຫ້ອງການກ່ຽວຂ້ອງຂອງເມືອງ ໄດ້ຈັດການຝຶກອົບຮົມວິທີການບໍລິຫານຈັດການ ແລະ ບົວລະບັດຮັກສາ (O&M) ໃຫ້ແກ່ທີມງານບົວລະບັດຮັກສາຂອງບ້ານ ພ້ອມທັງຮ່ວມກັນສ້າງຕັ້ງກອງທຶນໝູນວຽນຮັກສາແຫຼ່ງນ້ຳ. ສິ່ງນີ້ບໍ່ພຽງແຕ່ຮັບປະກັນການມີນ້ຳສະອາດຊົມໃຊ້ຕະຫຼອດປີ ແຕ່ຍັງຊ່ວຍຫຼຸດຜ່ອນຄວາມສ່ຽງຈາກພະຍາດທາງລະບົບທາງເດີນອາຫານ, ຍົກລະດັບສຸຂະອະນາໄມ ແລະ ຄວາມເປັນຢູ່ຂອງປະຊາຊົນທັງ 2 ບ້ານໃຫ້ດີຂຶ້ນຢ່າງຢືນຍົງ.

Scroll to Top