ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ຊຸມຊົນບ້ານຜາແດງ ຕື່ນເຕັ້ນກັບການເລີ່ມຕົ້ນກໍ່ສ້າງ “ເຮືອນໂພຊະນາການ” ແບບປັບໂຕກັບການປ່ຽນແປງດິນຟ້າອາກາດ ພາຍໃຕ້ໂຄງການ ປຊກ (CLEAR)

ວັນທີ 22 ຕຸລາ 2025 – ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ ຫຼື ປຊກ(CLEAR), ໄດ້ເລີ່ມລົງມືກໍ່ສ້າງກິດຈະກຳຍ່ອຍ “ເຮືອນໂພຊະນາການ” ຢ່າງເປັນທາງການ ຢູ່ບ້ານຜາແດງ ເມືອງແອດ ແຂວງຫົວພັນ ເຊິ່ງເປັນໜຶ່ງໃນ 53 ຫຼັງ ທີ່ຖືກກໍ່ສ້າງທັງໝົດໃນບ້ານເປົ້າໝາຍໂຄງການ ປຊກ ຊຸດທີ່ 1 ປີ 2025, ກິດຈະກຳດັ່ງກ່າວ ຖືເປັນບາດກ້າວສຳຄັນໃນການພັດທະນາພື້ນຖານໂຄງລ່າງຂັ້ນບ້ານ ເພື່ອຍົກລະດັບຊີວິດການເປັນຢູ່ ແລະ ສຸຂະພາບຂອງແມ່ ແລະ ເດັກ ໃນຊຸມຊົນ.

ການກໍ່ສ້າງເຮືອນໂພຊະນາການຫຼັງນີ້ ແມ່ນເກີດຂຶ້ນຈາກຄວາມຕ້ອງການຕົວຈິງຂອງປະຊາຊົນບ້ານຜາແດງ ເຊິ່ງໄດ້ຖືກຄັດເລືອກໃຫ້ເປັນບູລິມະສິດອັນດັບໜຶ່ງ ໃນກອງປະຊຸມວາງແຜນພັດທະນາບ້ານ. ຊາວບ້ານຕ່າງກໍສະແດງຄວາມດີໃຈ ແລະ ຕື່ນເຕັ້ນຢ່າງຍິ່ງ ທີ່ຈະໄດ້ມີສະຖານທີ່ ທີ່ເໝາະສົມສຳລັບດຳເນີນກິດຈະກຳສົ່ງເສີມໂພຊະນາການຂອງຊຸມຊົນ.

ລາຍລະອຽດດ້ານເຕັກນິກ ແລະ ການປັບໂຕກັບດິນຟ້າອາກາດ: ອາຄານດັ່ງກ່າວມີຂະໜາດ 5 x 14,5 ແມັດ, ຖືກອອກແບບຕາມມາດຖານເຕັກນິກຂອງໂຄງການ ໂດຍຄຳນຶງເຖິງຄວາມທົນທານຕໍ່ສະພາບດິນຟ້າອາກາດ. ຈຸດພິເສດທີ່ສຳຄັນຂອງກິດຈະກຳຍ່ອຍນີ້ແມ່ນ ການຕິດຕັ້ງລະບົບໄຟຟ້າແສງຕາເວັນ (Solar Power System). ເນື່ອງຈາກບ້ານຜາແດງ ຍັງເປັນເຂດທີ່ບໍ່ທັນມີໄຟຟ້າເຂົ້າເຖິງ, ການນຳໃຊ້ພະລັງງານທົດແທນນີ້ ຈະຊ່ວຍໃຫ້ແສງສະຫວ່າງ ແລະ ອຳນວຍຄວາມສະດວກໃນການນຳໃຊ້ເຄື່ອງມືຕ່າງໆ ເພື່ອຮັບໃຊ້ວຽກງານໂພຊະນາການໄດ້ຢ່າງມີປະສິດທິພາບ ແລະ ຍືນຍົງ.

ການກໍ່ສ້າງໄດ້ເລີ່ມຕົ້ນຂຶ້ນໃນວັນທີ 22 ຕຸລາ 2025 ແລະ ທີມງານວິສະວະກອນພາກສະໜາມ ຄາດຄະເນວ່າຈະດຳເນີນການກໍ່ສ້າງໃຫ້ສຳເລັດພາຍໃນວັນທີ 25 ມັງກອນ 2026.

ໂຄງການ ປຊກ ຄາດຫວັງວ່າ ເຮືອນໂພຊະນາການແຫ່ງນີ້ ຈະກາຍເປັນສູນກາງການຮຽນຮູ້ ແລະ ພັດທະນາສຸຂະພາບຂອງຊຸມຊົນບ້ານຜາແດງ ພ້ອມທັງເປັນແບບຢ່າງຂອງພື້ນຖານໂຄງລ່າງທີ່ທົນທານກັບການປ່ຽນແປງດິນຟ້າອາກາດ ແລະ ເປັນມິດກັບສິ່ງແວດລ້ອມ.

Scroll to Top