ກະຊວງກະສິກຳ ແລະ ສິ່ງແວດລ້ອມ

ກົມພັດທະນາຊົນນະບົດ ແລະ ຫຼຸດຜ່ອນຄວາມທຸກຍາກ

ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ)

ໃນລະຫວ່າງວັນທີ 31 ເດືອນມີນາ – 02 ເມສາ 2026 ຂະແໜງໂພຊະນາການ ແລະ ພັດທະນາຊຸມຊົນ ໂຄງການປັບປຸງຊີວິດການເປັນຢູ່ ແລະ ການປັບຕົວກັບການປ່ຽນແປງດິນຟ້າອາກາດ (ປຊກ) ໄດ້ຈັດການອົບຮົມຄືນວຽກງານໂພຊະນາການໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ຂັ້ນບ້ານ ຂອງ 14 ເມືອງເປົ້າໝາຍ ຢູ່ທີ່ຫ້ອງປະຊຸມສູນຝຶກອົບຮົມສູນກາງສະຫະພັນແມ່ຍິງລາວ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນສີ ນັນທະພອນ ຮອງຜູ້ອຳນວຍການໂຄງການ ປຊກ ມີຜູ້ເຂົ້າຮັບການອົບຮົມທັງ 47 ຄົນ (ພະນັກງານໂພຊະນາການຂັ້ນເມືອງ 14 ຄົນ ແລະ ຂັ້ບບ້ານ 33 ຄົນ).

filter: 0; fileterIntensity: 0.0; filterMask: 0; brp_mask:0;
brp_del_th:null;
brp_del_sen:null;
delta:null;
module: photo;hw-remosaic: false;touch: (-1.0, -1.0);sceneMode: 2;cct_value: 0;AI_Scene: (-1, -1);aec_lux: 0.0;aec_lux_index: 0;HdrStatus: auto;albedo:  ;confidence:  ;motionLevel: -1;weatherinfo: null;temperature: 35;

ຈຸດປະສົງຂອງການອົບຮົມແມ່ນເພື່ອທົບທວນຄືນບັນດາກິດຈະກຳໂພຊະນາການ ແລະ ການປ່ຽນແປງພຶດຕິກຳ ຊຶ່ງຈະໄດ້ສຸມໃສ່ການຖອດຖອນບົດຮຽນຂອງການຈັດຕັ້ງປະຕິບັດໃນບ້ານຊຸດທີ I ເພື່ອຮັບປະກັນວ່າທຸກກິດຈະກຳໂພຊະນາການໄດ້ຖືກຈັດຕັ້ງປະຕິບັດຢ່າງມີຄຸນນະພາບ ໂດຍປະຕິບັດຕາມຂັ້ນຕອນ ແລະ ວິທີການທີກຳນົດໄວ້ໃນຄູ່ມືການດຳເນີນງານ ເຊັ່ນ: ຂັ້ນຕອນການຈັດກອງປະຊຸມ ກພຊ, ການອົບຮົມເຈົ້າຂອງຮ້ານຂາຍເຄື່ອງຍ່ອຍກ່ຽວກັບອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ, ສວນຄົວໂພຊະນາການ, ການຮຽນຮູ້ແບບເພື່ອນສອນເພື່ອນຜ່ານສື່, ອາຫານປ່າ, ເຮືອນຮົ່ມ, ການລ້ຽງແບ້ເພື່ອຮີດນົມ, ການຕິດຕາມປະເມີນຜົນ, ແນວທາງການດໍາເນີນງານສໍາລັບບ້ານຊຸດທີ I ແລະອື່ນໆ…

filter: 0; fileterIntensity: 0.0; filterMask: 0; hdrForward: 0; highlight: false; brp_mask:0;
brp_del_th:null;
brp_del_sen:null;
delta:null;
module: photo;hw-remosaic: false;touch: (-1.0, -1.0);sceneMode: 8;cct_value: 0;AI_Scene: (-1, -1);aec_lux: 0.0;aec_lux_index: 0;HdrStatus: auto;albedo:  ;confidence:  ;motionLevel: -1;weatherinfo: null;temperature: 40;

ເນື້ອໃນສຳລັບການອົບຮົມຄັ້ງນີ້ປະກອບດ້ວຍ:

  1. ສະພາບລວມຂອງກິດຈະກຳໂພຊະນາການ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດໃນບ້ານຊຸດທີ I.
  2. ບັນດາກີດຈະກຳໂພຊະນາການ ແລະ ຈຸດປະສົງຂອງແຕ່ລະກິດຈະກຳ.
  3. ແນວທາງການດຳເນີນງານສຳລັບບ້ານຊຸດທີ I, ສົນທະນາກ່ຽວກັບການສະໜອງອາຫານຫຼັງຈາກເດືອນມິຖຸນາ 2026.
  4. ແຜນສິ່ງຈູງໃຈສຳລັບວຽກສວນຄົວໂພຊະນາການ ແລະ ເພື່ອນສອນເພື່ອນຜ່ານສື່, ການໃຫ້ລາງວັນໂທລະສັບມືຖື.
  5. ການອົບຮົມເຈົ້າຂອງຮ້ານຂາຍເຄື່ອງຍ່ອຍກ່ຽວກັບການຜະບິດຜົງອາຫານ, ອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ ແລະ ສູດອາຫານ, ຜົນກະທົບຂອງອາຫານທີ່ບໍ່ມີປະໂຫຍດ (ເຮັດວຽກເປັນກຸ່ມ).
  6. ການນຳໃຊ້ອາຫານປ່າເພື່ອກະກຽມຜົງອາຫານສຳລັບແມ່ ແລະ ເດັກນ້ອຍ, ສິ່ງທີ່ນຳໃຊ້ຜະລິດຜົງອາຫານ ເຊັ່ນ: ກຸ້ງ, ໝາກມ່ວງໄຂ່, ຜັກກູດ, ໝາກເໝົ້າ, ນ້ຳເຜິ້ງ…
  7. ຄູ່ມືລະບົບອາຫານ, ຕົວຢ່າງ: ການນຳໃຊ້ເງິນເພື່ອຊື້ອາຫານທີ່ມີຄຸນຄ່າທາງໂພຊະນາການ​(ເງິນຈາກໂຄງການຈ່າຍເງິນແບບມີເງື່ອນໄຂ, ເງິນຈາກ ກຊກ, ເງິນຈາກການຂາຍຜັກ…)
  8. ກົນໄກການລາຍງານ (ຮູບແບບ, ການຕື່ມຂໍ້ມູນ, ການກວດກາຂໍ້ມູນ, ຕົວຊີ້ວັດ ແລະ ຟອມລາຍງານທັງໝົດ.
  9. ກະກຽມແຜນວຽກປີ 2026, ແຜນງົບປະມານແຕ່ງອົບຮົມ ກພຊ ແລະ ຄູ່ມືການເຮັດວຽກປະຈຳເດືອນ.
Refresher training at VTE 7

ໃນລະຫວ່າງການອົບຮົມ ສຳມະນາກອນໄດ້ມີການແບ່ງກຸ່ມຄົ້ນຄວ້າ ຕາມຫົວຂໍ້ທີ່ຄູຝຶກກຳນົດໃຫ້ ແລ້ວຕາງໜ້າແຕ່ລະກຸ່ມຂຶ້ນນຳສະເໜີຜົນການຄົ້ນຄວ້າ, ມີການສະແດງບົດບາດສົມມຸດເພື່ອຝຶກຊ້ອມຄວາມເຂົ້າໃຈຕໍ່ກັບຂັ້ນຕອນການຈັດຕັ້ງປະຕິບັດຕາມຄູ່ມືແນະນຳ ໂດຍສະເພາະແມ່ນການຈັດກອງປະຊຸມກຸ່ມໂພຊະນາການຊຸມຊົນ.

Refresher training at VTE 5

ນອກຈາກນັ້ນກໍ່ຍັງໄດ້ໄປຢ້ຽມຢາມສະຖານທີ່ຈິງຄື ຮ້ານຈຳໜ່າຍຜະລິດຕະພັນອາຫານແປຮູບ (ຮ້ານດັກແດ້) ໂດຍສະເພາະແມ່ນການແປຮູບອາຫານຫວ່າງທີ່ມີຄຸນຄ່າທາງໂພຊະນາການ ເພື່ອໃຫ້ສຳມະນາກອນໄດ້ມີແນວຄິດກ່ຽວກັບການສົ່ງເສີມ ແລະ ແນະນຳໃຫ້ແກ່ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍໃນບ້ານເປົ້າໝາຍທີ່ຕົນຮັບຜິດຊອບສາມາດແປຮູບອາຫານຫວ່າງເດື່ອຈຳໜ່າຍໃຫ້ແກ່ຊຸມຊົນໃນບ້ານຂອງເຂົາເຈົ້າ.

filter: 0; fileterIntensity: 0.0; filterMask: 0; hdrForward: 0; highlight: false; brp_mask:0;
brp_del_th:null;
brp_del_sen:null;
delta:null;
module: photo;hw-remosaic: false;touch: (-1.0, -1.0);sceneMode: 8;cct_value: 0;AI_Scene: (-1, -1);aec_lux: 0.0;aec_lux_index: 0;HdrStatus: auto;albedo:  ;confidence:  ;motionLevel: -1;weatherinfo: null;temperature: 41;

ຊຸດອົບຮົມໄດ້ສຳເລັດ ແລະ ປຶດລົງໃນຕອນບ່າຍຂອງວັນທີ 02 ເມສາ 2026 ດ້ວຍຜົນສຳເລັດອັນຈົບງາມ.

Scroll to Top