ເປັນຫຍັງຈື່ງຕ້ອງມີແນວທາງການດຳເນີນງານ?
ເນື່ອງຈາກໂຄງການ ປຊກ ໄດ້ເລີ່ມຂະຫຍາຍໄປສູ່ບ້ານເປົ້າໝາຍ ຊຸດທີ 2 ຈຳນວນ 220 ບ້ານ, ທີມງານພາກສະໜາມຈຶ່ງມີວຽກຫຼາຍຂື້ນ ຊຶ່ງຈຳເປັນຕ້ອງມີການຈັດແບ່ງເວລາໃນການເຄື່ອນໄຫວວຽກງານທັງໃນບ້ານຊຸດທີ I ແລະ ຊຸດທີ II ໂດຍມີທັງກິດຈະກຳໂພຊະນາການ ແລະ ການສ້າງແຜນພັດທະນາບ້ານ. ແນວທາງການດຳເນີນງານນີ້ຈະຊ່ວຍໃຫ້ສາມາດກຳນົດແຜນການເຮັດວຽໄດ້ດີຂຶ້ນ ແລະ ເປັນແນວທາງໃຫ້ຮູ້ວ່າ ບ້ານໃດທີ່ຍັງຕ້ອງການຄວາມຊ່ວຍເຫຼືອຢ່າງຕໍ່ເນື່ອງ ແລະ ບ້ານໃດທີ່ສາມາດປ່ອຍໃຫ້ດຳເນີນການດ້ວຍຕົນເອງ.
ຈຸດປະສົງ:
ເພື່ອສ້າງແຜນວຽກພາກສະໜາມ ແລະ ແຜນງົບປະມານປະຈຳເດືອນຕາມຄວາມຕ້ອງການຂອງຊຸມຊົນ ສຳລັບການສິ້ນສຸດໂຄງການໃນບ້ານຊຸດທີ 1 ແລະ ການມອບໂຄງການໃຫ້ແກ່ຊຸມຊົນ.
ຜົນໄດ້ຮັບ:
ພະນັກງານໂພຊະນາການຂັ້ນບ້ານ ລາຍງານຄວາມຄືບໜ້າ ແລະ ຄວາມພ້ອມໃນການສິ້ນສຸດໂຄງການປະຈຳເດືອນ ໃຫ້ແກ່ພະນັກງານໂພຊະນາການຂັ້ນເມືອງ ແລະ ທີມງານໂພຊະນາການຂັ້ນສູນກາງ.
ແນວທາງການຈັດຕັ້ງປະຕິບັດວຽກໂພຊະນາການ
ຂັ້ນຕອນການປ່ຽນແປງພຶດຕິກຳຂອງສະມາຊິກ ກພຊ ປະກອບດ້ວຍ 4 ຂັ້ນຕອນທີ່ອະທິບາຍໄວ້ໃນຮູບຂ້າງເທິງ.
ເສັ້ນທາງນີ້ປະກອບດ້ວຍການປະຕິບັດ ແລະ ການປ່ຽນແປງທາງສັງຄົມດັ່ງນີ້:
- ສະມາຊິກ ກພຊ ສາມາດດຳເນີນກອງປະຊຸມ ກພຊ ດ້ວຍຕົນເອງໄດ້.
- ສະມາຊິກ ກພຊ ດຳເນີນການປຸງແຕ່ງອາຫານຢູ່ເຮືອນໂດຍໃຊ້ສູດອາຫານທີ່ໂຄງການ ປຊກ ແນະນຳ (ລວມທັງການເກັບຮັກສາເພື່ອກິນໃນມື້ໜ້າ).
- ມີການນຳເອົາອາຫານກັບບ້ານທຸກໆເດືອນ.
- ເດັກອາຍຸ 6-23 ເດືອນຂອງສະມາຊິກ ກພຊ ໄດ້ຮັບອາຫານຄົບທຸກໝວດອາຫານ,
- ປູກພືດບາງຊະນິດຈາກ 18 ຊະນິດ ຕາມລະດູການ.
- ຜະລິດ ແລະ ນຳໃຊ້ຝຸ່ນບົ່ມ, ຢາປ້ອງກັນແມງໄມ້ຊີວະພາບ ແລະ/ຫຼື ຝຸ່ນຊີວະພາບ.ເຈົ້າຂອງຮ້ານຂາຍເຄື່ອງຍ່ອຍໃນບ້ານຂາຍອາຫານຫວ່າງທີ່ມີໂພຊະນາການທີ່ໄດ້ຮັບການສົ່ງເສີມຈາກໂຄງການ ປຊກ.
- ຜົນຜະລິດຈາກເຮືອນຮົ່ມ ຖືກນຳໃຊ້ໃນການປຸງແຕ່ງອາຫານ ເພື່ອສືບຕໍ່ກອງປະຊຸມໂພຊະນາການຊຸມຊົນ.
- ການນໍາໃຊ້ອາຫານຈາກປ່າ ເພື່ອປຸງແຕ່ງອາຫານໃນກໍລະນີທີ່ບໍ່ສາມາດຜະລິດ ຫຼື ຊື້ວັດຖຸດິບໄດ້.
ວິທີການປະເມີນ:
ລາຍການປະຕິບັດຂ້າງເທິງຈະຖືກຫຍໍ້ໃຫ້ເປັນ 3 ອົງປະກອບຫຼັກດັ່ງນີ້: ຄວາມຮູ້, ການປະຕິບັດ, ແລະ ການຈັດສັນທຶນ
ສຳລັບບ້ານແຕ່ລະບ້ານ ທີມງານຈະຕ້ອງກວດສອບຕາມຄຳຖາມດັ່ງຕໍ່ໄປນີ້ ທຸກໆເດືອນໃນເວລາມີກອງປະຊຸມ ກພຊ ພາຍໃນບ້ານ:
- ສະມາຊິກ ກພຊ ໄດ້ນຳໃຊ້ສູດອາຫານ ແລະ ໃຫ້ເດັກກິນອາຫານຄົບ 6 ກຸ່ມອາຫານຫຼືບໍ່?
- ສະມາຊິກ ກພຊ ໄດ້ປູກພືດຫຼາກຫຼາຍຊະນິດເພື່ອບໍລິໂພກພາຍໃນຄອບຄົວຫຼືບໍ່?
- ຜູ້ຜະລິດວິດີໂອ ຍັງສືບຕໍ່ຜະລິດວິດີໂອ ແລະ ແບ່ງປັນທາງສື່ສັງຄົມຫຼືບໍ່?
- ສະມາຊິກ ກພຊ ໄດ້ຈັດກອງປະຊຸມດ້ວຍຊັບພະຍາກອນຂອງຕົນເອງ ແລະ ບໍ່ໄດ້ໃຊ້ການສະໜັບສະໜູນທາງດ້ານການເງິນຈາກໂຄງການ
ວິທີການນຳໃຊ້
ສະຫຼຸບຜົນການປະເມີນຈາກຄຳຖາມຂ້າງເທິງ
- ຖ້າຜົນຄຳຕອບຕ່ຳກວ່າ 50% ສຳລັບທຸກຄຳຖາມ – ໃຫ້ອາຫານຊຸດເຕັມ (21,000 ກີບ/ຄົນ/6 ເດືອນ) ແລະ ຕິດຕາມຢ້ຽມຢາມທຸກໆ 3 ເດືອນ (ຕໍ່ຮອບປີ)
- ຖ້າຜົນຄຳຕອບຢູ່ລະຫວ່າງ 51-80% – ໃຫ້ອາຫານຊຸດນ້ອຍ (21,000 ກີບ/ຄົນ/3 ເດືອນ) ແລະ ຈັດການກະກຽມສຳລັບການອອກຈາກໂຄງການ
- ຖ້າຜົນຄຳຕອບສູງກວ່າ 81% ຂອງສະມາຊິກ ກພຊ – ໃຫ້ (21,000 ກີບ/ຄົນ/1 ເດືອນ) ຮວມທັງການສົ່ງມອບ ແລະ ອອກຈາກໂຄງການ
ສິ່ງທີ່ຕ້ອງສັງເກດ ແລະ ຕິດຕາມ
- ຂໍ້ມູນການບໍລິໂພກອາຫານໃນແຕ່ລະກຸ່ມ: ສັງເກດການເລົ່າເລື່ອງ ໂດຍຖາມເຖິງອາຫານທີ່ກິນໃນມື້ວານນີ້.
- ຂໍ້ມູນການຜະລິດອາຫານ: ສັງເກດການເລົ່າເລື່ອງ ແລະ ໃຊ້ແຜ່ນຮູບພາບ.
- ຂໍ້ມູນການຜະລິດວິດີໂອ: ກວດສອບກັບ Click, WhatsApp ແລະ ຫນ້າທີ່ຂອງ Facebook.
- ຮູ້ວ່າກອງປະຊຸມສະມາຊິກ ກພຊ ຍັງສືບຕໍ່ດຳເນີນຢູ່ຫຼືບໍ່: ກວດສອບບັນທຶກການປະຊຸມ (ເບິ່ງວ່າມີຫຍັງທີ່ສາມາດສຶບຕໍ່ໄດ້ ໂດຍເລືອກສິ່ງທີ່ງ່າຍທີ່ສຸດ).



